ລົງມືເອງເລີຍ! ກອງພົນທະຫານຮາບທີ 4 ກໍ່ສ້າງເສັ້ນທາງເບຕົງເຂົ້າສະໂມສອນຂອງຕົນ

110

ໃນວັນທີ 13 ມັງກອງ 2022 ນີ້ ກອງພົນທະຫານຮາບທີ 4 ໄດ້ແຕ່ງຕັ້ງບັນດາຄະນະຊີ້ນຳ, ອະນຸກຳມະການຄວບຄຸມການກໍ່ສ້າງ ຊີ້ນໍາ – ນໍາພາ ພະນັກງານ – ນັກຮົບ ນາຍຊ່າງທີ່ມາຈາກ 9 ກົມກອງ ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ກໍ່ສ້າງເສັ້ນທາງເບຕົງເຂົ້າສະໂມສອນກອງພົນທະຫານຮາບທີ 4 ຕາມທິດຊີ້ນໍາຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ ແລະ ເພື່ອປະຕິບັດຕາມຂໍ້ກໍານົດ 5 ມາດຖານໃນການສ້າງກົມກອງວັດທະນະທໍາໃຫ້ເປັນຮູບປະທໍາຕົວຈິງ.

ສະຫາຍ ພັນໂທ ບຸນເຮືອງ ຄໍາມິ່ງສະຫັວດ ກໍາມະການພັກກອງພົນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ : ສໍາລັບການກໍ່ສ້າງເສັ້ນທາງເບຕົງເຂົ້າສະໂມສອນຂອງກົມກອງນີ້ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ກາງເດືອນທັນວາ ປີ 2021 ເສັ້ນທາງດັ່ງກ່າວມີຄວາມຍາວ 270 ແມັດ, ກວ້າງ 6 ແມັດ ຄວາມໜາຂອງເປຕົງ 23 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 744 ລ້ານກວ່າກີບ ຄາດວ່າຈະໃຫ້ສໍາເລັດກ່ອນວັນທີ 20 ມັງກອງ 2022.

ສໍາລັບທຶນຮອນ ແລະ ແຮງງານໃນການກໍ່ສ້າງແມ່ນກົມກອງກຸ້ມຕົນເອງ ແລະ ອີກສ່ວນໜຶ່ງແມ່ນໄດ້ມາຈາກບັນດາການຈັດຕັ້ງທຸກພາກສ່ວນທັງພາກລັດ – ເອກະຊົນ,ອົງການ, ກົມກອງ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອ ການກໍ່ສ້າງໃນຄັ້ງນີ້ເພື່ອກຽມຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ແລະ ວັນສ້າງຕັ້ງກອງພົນທະຫານຮາບທີ 4 ຄົບຮອບ 40 ປີ ທີ່ຈະໝູນວຽນມາເຖິງໃນໝໍ່ໆ ນີ້

.