ສະໜາມໃໝ່ ທີ່ເຂດຫຼັກ 16 ສ້າງໃກ້ສໍາເລັດກຽມເປັນບ່ອນຝຶກຊ້ອມທີມຊາດ-ແຂ່ງຂັນລະດັບເຍົາວະຊົນ

132

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເປີດເຜີຍຂ່າວດີເມື່ອສ້າງສະໜາມບານເຕະແຫ່ງໃໝ່ຄື 2 ສະໜາມຫຍ້າແທ້ ແລະ ອີກ 2 ສະໜາມຫຍ້າທຽມ ຂະໜາດນ້ອຍ ຢູ່ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ເຊິ່ງຈະເປັນສະໜາມຝຶກຊ້ອມຂອງທີມຊາດລາວ ແລະ ສະໂມສອນສະມາຊິກຂອງສະຫະພັນບາເນຕະແຫ່ງຊາດລາວ.

ກ່ອນໜ້ານີ້ໃນປີ 2020 ສະຫະພັນບານເຕະແຫ່ງຊາດລາວ ໄດ້ເປີດເຜີຍແຜນສ້າງສະໜາມເພີ່ມຂຶ້ນທີ່ເຂດ ສະໜາມກີລາແຫ່ງຊາດ ຫຼັກ 16 ຈົນຫຼ້າສຸດໃນວັນທີ 7 ມັງກອນ 2022 ທາງ ຄະນະສະຫະພັນບານເຕະແຫ່ງຊາດລາວ ນໍາໂດຍ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ພັອ ຖາວອນ ຫຼວງຈັນດາວົງ, ທ່ານ ພັອ ທອງເພັດ ມະນີສະຫວັນ ແລະ ທ່ານ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍສື່ມວນຊົນ ໄດ້ໄປສໍາຜັດກັບສະໜາມດັ່ງກ່າວ ຫຼັງຈາກທີ່ສໍາເລັດຖະແຫຼງຂ່າວສະຫຼຸບຜົນງານຂອງ ທີມຊາດລາວ ໃນ AFF SUZUKI CUP 2020.

ຄະນະສະຫະພັນບານເຕະແຫ່ງຊາດລາວ ໄດ້ເປີດເຜີຍວ່າ: ການສ້າງສະໜາມກີລາບານເຕະຢູ່ເຂດສະໜາມກີລາແຫ່ງຊາດຫຼັກ 16 ຈຳນວນ 2 ສະໜາມ ( ຫຍ້າແທ້ ) ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງນັບຕັ້ງແຕ່ ປີ 2020 ເປັນຕົ້ນມາ ຈົນເຖິງປັດຈຸບັນ ແມ່ນສ້າງສຳເລັດເກືອບ 100% ຄາດວ່າຈະໄດ້ໃນນຳໃຊ້ໃນໄວໆນີ້ ໂດຍສະເພາະການຝຶກຊ້ອມທີມຊາດໃນແຕ່ລະຮຸ່ນ, ຝຶກສອນບານເຕະເຍົາວະຊົນຂັ້ນພື້ນຖານ ແລະ ສະໂມສອນສະມາຊິກຂອງ ສຕລ ລວມເຖິງການຈັດການແຂ່ງຂັນລະດັບເຍົາວະຊົນຂອງ ສຕລ.

ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການພັດທະນາຮ່ວມກັບ ຟີຟາ ພາຍໃຕ້ໂຄງການ FIFA FORWARD 1.0 ຖືເປັນສູນກີລາທີ່ຄົບວົງຈອນ ເພື່ອອໍານວຍຄວາມສະກວດໃໝ່່ຍົກລະດັບມາດຕະຖານສໍາລັບນັກກີລາ ແລະ ການຝຶກສອນຢ່າງມີປະສິດທິພາບ ເຊິ່ງມີທັງຫ້ອງອອກກໍາລັງກາຍ, ສູນອາຫານ, ຫ້ອງແພດ, ຫ້ອງປະຊຸມ ແລະ ອື່ນໆ.

ນອກນັ້ນ, ໃນບໍລິເວນດັ່ງກ່າວ ຍັງມີ 2 ສະໜາມຫຍ້າທຽມ ຂະໜາດນ້ອຍ ທີ່ໄວ້ສໍາເລັດການແຂ່ງຂັນ ຫຼື ການຝຶກຊ້ອມຂອງນັກເຕະອານຸຊົນ ແລະ ເຍົາວະຊົນອີກດ້ວຍ ໂດຍສະເພະາແມ່ນການຝຶກສອນບານເຕະເຍົາວະຊົນຂັ້ນພື້ນຖານ ສຳລັບ ສະໜາມບານເຕະດັ່ງກ່າວແມ່ນຢູ່ຫ່າງຈາກ ສະໜາມກີລາແຫ່ງຊາດ ຫຼັກ 16 ປະມານ 500 ແມັດ ໂດຍແມ່ນ ບໍລິສັດ ທະວີໂຊກ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ລົງມືກໍ່ສ້າງ ເຊິ່ງຈະມີພິທີມອບຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້ (ເບິ່ງບັນຍາກາດຂອງສະໜາມດັ່ງກ່າວເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້)

ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ