WHO ຄາດ ປະຊາກອນເຄິ່ງໜຶ່ງຂອງເອີຣົບ ອາດຕິດເຊື້ອໂອມີຄຣອນ

89

ອົງການອະນາໄມໂລກ (WHO) ຄາດການວ່າ ປະຊາກອນຫຼາຍກວ່າເຄິ່ງໜຶ່ງຂອງທະວີບເອີຣົບ ມີຄວາມສ່ຽງອາດຈະຕິດເຊື້ອກາຍພັນໂອມີຄຣອນ ພາຍໃນເດືອນມີນາຈະເຖິງນີ້.

WHO ລະບຸວ່າ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 8 ລ້ານຄົນໃນ 7 ວັນຜ່ານມາ ເຮັດໃຫ້ທະວີບເອີຣົບກຳລັງປະເຊີນກັບຍອດຜູ້ຕິດເຊື້ອ ແລະ ຍອດຜູ້ເສຍຊີວິດເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ ໄດ້ເຮັດໃຫ້ເອີຣົບກາຍເປັນສູນກາງການແຜ່ລະບາດຮອບໃໝ່, ພ້ອມເຕືອນວ່າ ໂອມີຄຣອນອາດຈະແຜ່ເຊື້ອສູ່ປະຊາກອນເອີຣົບເຖິງເຄິ່ງໜຶ່ງຂອງຈຳນວນປະຊາກອນທັງໝົດໃນພູມີພາກນີ້ ຫາກພິຈາລະນາອັດຕາການແຜ່ລະບາດໃນປັດຈຸບັນ ເຊິ່ງຂະນະນີ້ ການແຜ່ລະບາດກຳລັງແຜ່ລາມໄປທົ່ວພູມີພາກເອີຣົບ. ສະຖາບັນເພື່ອການວັດ ແລະ ປະເມີນຜົນດ້ານສຸຂະພາບ (IHME) ຄາດການວ່າ ປະຊາກອນຫຼາຍກວ່າ 50% ໃນເອີຣົບ ຈະຕິດເຊື້ອໂອມີຄຣອນ ໃນອີກ 6-8 ອາທິດຂ້າງໜ້ານີ້.

ຂະນະທີ່ສຳນັກງານຢາແຫ່ງເອີຣົບ (EMA) ລະບຸວ່າ: ການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ເຮັດໃຫ້ໂຄວິດ-19 ກາຍເປັນພະຍາດປະຈຳຖິ່ນທີ່ມະນຸດສາມາດໃຊ້ຊີວິດຢູ່ຮ່ວມກັບມັນໄດ້ ເຖິງແມ່ນວ່າ ຂະນະນີ້ ກຳລັງລະບາດຂະຫຍາຍອອກສູ່ວົງກວ້າງກໍຕາມ.