ຍອດຈົດທະບຽນລົດ ພະລັງງານໃໝ່ໃນຈີນເພີ່ມຂຶ້ນເກືອບ 60%

90

ສຳນັກຂ່າວຊິນຮວາລາຍງານວ່າ ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນເປີດເຜີຍວ່າ: ຍອດລົດໃຫຍ່ທີ່ນຳໃຊ້ພະລັງງານໃໝ່ທີ່ຈົດທະບຽນໃນຈີນໃນປີ 2021 ຢູ່ທີ່ 7,84 ລ້ານຄັນ ເພີ່ມຂຶ້ນຫຼາຍກວ່າ 59% ເມື່ອທຽບໃສ່ປີ 2020 ກວມເອົາ 2,6% ຂອງຈຳນວນລົດໃຫຍ່ ທັງໝົດໃນປະເທດ.

ທັງນີ້ ຈຳນວນລົດຍົນພະລັງໃໝ່ທີ່ຈົດທະບຽນໃນຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 5 ປີຜ່ານມາ, ຂະນະທີ່ສະມາຄົມລົດໂດຍສານແຫ່ງ ສປ ຈີນ (CPCA) ເປີດເຜີຍວ່າ ຍອດຈຳໜ່າຍລົດໂດຍສານທີ່ນຳໃຊ້ພະລັງງານໃໝ່ໃນຈີນປີ 2021 ຢູ່ທີ່ 2,99 ລ້ານຄັນ ເພີ່ມຂຶ້ນສູງເຖິງ 169,1% ເມື່ອທຽບໃສ່ປີ 2020.

ລາຍງານລະບຸວ່າ: ມີລົດໃຫຍ່ ທີ່ຈົດທະບຽນໃນປີ 2021 ທັງໝົດ 36,74 ລ້ານຄັນ ເຮັດໃຫ້ລົດໃຫຍ່ທີ່ຈົດທະບຽນເພີ່ມຂຶ້ນເປັນ 395 ລ້ານຄັນ, ໃນຂະນະດຽວກັນມີຜູ້ໄດ້ຮັບໃບອະນຸຍາດຂັບຂີ່ເພີ່ມຂຶ້ນ 27,5 ລ້ານຄົນ ເພີ່ມຂຶ້ນ 23% ເມື່ອທຽບໃສ່ປີ 2020 ເຮັດໃຫ້ທົ່ວປະເທດມີຜູ້ໄດ້ຮັບໃບອະນຸຍາດຂັບຂີ່ຍານພາຫະນະເພີ່ມເປັນ 481 ລ້ານຄົນ, ໃນນີ້ 444 ລ້ານຄົນ ຖືໃບອະນຸຍາດຂັບຂີ່ລົດໃຫຍ່.

ສຳລັບລົດພະລັງງານໃໝ່ (New energy car) ໝາຍເຖິງລະບົບການຂັບເຄື່ອນລົດຍົນຊະນິດໃໝ່ ດ້ວຍການນຳໃຊ້ພະລັງງານທີ່ບໍ່ແມ່ນເຊື້ອເພີງຈາກຟອສຊິວ ເຊັ່ນ: ລົດໄຟຟ້າ ຫຼື Battery Electric Vehicles (BEVs) ລົດໄຮບຣີດ-ໄຟຟ້າ ຫຼື Plug-in hybrid Electric vehicles (PHEVs) และ Fuel Cell Vehicles (FCVs).