ເສຍຊີວິດໃໝ່ 5 ຄົນ, ຕິດເຊື້ອໂຄວິດເພີ່ມມື້ນີ້ 1.052 ຄົນ

108

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 14 ມັງກອນ ປີ 2022 ວ່າ ວັນທີ 13 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,222 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.052 ຄົນ (ຕິດເຊື້ອພາຍໃນ 1.047 ຄົນ ແລະ ນໍາເຂົ້າ 05 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 1.047 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 400 ຄົນ, ສະຫວັນນະເຂດ 14 ຄົນ, ຈຳປາສັກ 37 ຄົນ, ສາລະວັນ 21 ຄົນ, ເຊກອງ 21 ຄົນ, ອັດຕະປື 41 ຄົນ, ບໍ່ແກ້ວ 40 ຄົນ, ວຽງຈັນ 31 ຄົນ, ຫຼວງພະບາງ 36 ຄົນ, ຫຼວງນ້ຳທາ 7 ຄົນ
ອຸດົມໄຊ 63 ຄົນ, ຜົ້ງສາລີ 102 ຄົນ, ໄຊຍະບູລີ 53 ຄົນ, ຊຽງຂວາງ 67 ຄົນ, ຄຳມ່ວນ 25 ຄົນ, ບໍລິຄຳໄຊ 49 ຄົນ, ໄຊສົມບູນ 33 ຄົນ, ຫົວພັນ 12 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 05 ຄົນ ຈາກນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 123.293 ກໍລະນີ, ອອກໂຮງໝໍວານນີ້ 233 ຄົນ , ກຳລັງປິ່ນປົວ 7.436 ຄົນ ແລະ ເສຍຊີວິດສະສົມທັງໝົດ 476 ຄົນ (ເສຍຊີວິດໃໝ່ 05 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 05 ຄົນ ຈາກ: ຫຼວງພະບາງ 4 ຄົນ ແລະ ບໍລິຄຳໄຊ 1 ຄົນ.