ເຊກອງສົ່ງແປ້ງມັນຕົ້ນ ສູ່ຕະຫຼາດອາຊຽນ ໂດຍມີ ໂຮງງານຄູນມີໄຊ ໃນການຂັບເຄື່ອນ

241

ໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ເປັນໂຮງງານໜຶ່ງ ທີ່ສ້າງຕັ້ງຂຶ້ນບົນພື້ນຖານໂຄງລ່າງທີ່ສໍາຄັນຂອງແຂວງເຊກອງ ແລະ ເປັນຜູ້ສົ່ງອອກແປ້ງມັນຕົ້ນທີ່ຫຼາຍທີ່ສຸດໃນແຂວງ. ໂຮງງານແຫ່ງນີ້ ສ້າງຕັ້ງຂຶ້ນໃນປີ 2018 ສາມາດຮັບຊື້ມັນຕົ້ນດິບຈາກຊາວສວນແຕ່ລະມື້ບໍ່ຕ່ຳກວ່າ 200 ໂຕນ.

ທ່ານ. ວິໄຊ ຜິວສະຫມຸດ ຜູ້ຕາງໜ້າ ຄະນະບໍລິຫານ ໂຮງງານປຸງແຕ່ງແປ້ງມັນຕົ້ນ ຄູນມີໄຊ ໃຫ້ຮູ້ວ່າ: ນັບແຕ່ສ້າງຕັ້ງໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ຈໍາກັດຜູ້ດຽວຂຶ້ນມາ ສາມາດຜະລິດແປ້ງມັນສົ່ງຕະຫຼາດອາຊຽນນັບມື້ຫຼາຍຂຶ້ນ ຊີວິດການເປັນຢູ່ຂອງປະຊາຊົນກໍ່ນັບມື້ດີຂຶ້ນເປັນລຳດັບ.

ໃນປັດຈຸບັນ ຊາວກະສິກອນ ມີການປູກພືດມັນຕົ້ນນັບມື້ນັບຫຼາຍຂຶ້ນໂດຍສະເພາະ ຢູ່ໃນເມືອງທ່າແຕງ ແຂວງເຊກອງ ເຊິ່ງປີ 2019 ມີປະຊາຊົນປູກມັນຕົ້ນ 3.155 ເຮັກຕາ ເທົ່າກັບ 83,608 ໂຕນ, ປີ 2020 ເນື້ອທີ່ການປູກມັນຕົ້ນໄດ້ເພີ່ມຂຶ້ນ ເປັນ 8.302 ເຮັກຕາ ຜົນຜະລິດ 207.500 ໂຕນ ແລະ ປີ 2021 ເນື້ອທີ່ການປູກ ໄດ້ເພີ່ມຂຶ້ນອີກ ເປັນ 8. 372 ເຮັກຕາ, ຜົນຜະລິດ 209.300 ໂຕນ.

ໂຮງງານປຸງແຕ່ງແປ້ງມັນຕົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ບໍ່ພຽງເຮັດທຸລະກິດເພື່ອຜົນກຳໄລເທົ່ານັ້ນ ແຕ່ໄດ້ເປັນຕະຫຼາດຮັບຊື້ທີ່ຫຼາຍ ແລະຍັງເປັນຈຸດກະຈາຍສິນຄ້າກໍ່ຄືແປ້ງມັນຕົ້ນສູ່ຕະຫຼາດສາກົນໄດ້ຫຼາຍຂຶ້ນທຸກປີ ສຳລັບໂຮງງານນີ້ໂດຍສະເລ່ຍແລ້ວມື້ໜຶ່ງ ສາມາດເກັບຊື້ ຜົນຜະລິດຈາກພໍ່ແມ່ປະຊາຊົນ ບໍ່ຕໍ່າກວ່າ 200-300 ໂຕນມັນດິບ ຫຼື ອີງຕາມເງື່ອນໄຂ, ສະພາບຄວາມເປັນຈິງຂອງປະຊາຊົນ ແລະ ລານເກັບຊື້ຂອງສ່ວນບຸກຄົນນໍາອີກ.

ຜົນຜະລິດທີ່ຮັບຊື້ຈາກພໍ່ແມ່ປະຊາຊົນ ກ່ອນຈະມາແປຮູບໃຫ້ເປັນແປ້ງສໍາເລັດຮູບ ເພື່ອສົ່ງອອກໄດ້ ກໍຕ້ອງຜ່ານຂັ້ນຕອນການຜະລິດຂອງໂຮງງານຢ່າງຄັກແນ່. ຕ້ອງເລີ່ມຈາກການຄັດແຍກເສດດິນ,ຫີນ,ຊາຍ ແລະ ເສດຂີ້ເຫຍື້ອອື່ນໆ. ໂດຍໃຊ້ເຄື່ອງຮ່ອນຫີນ ແລະຊາຍ ເພື່ອເຮັດຄວາມສະອາດ ແລະ ປ້ອງກັນເຄື່ອງຈັກ ບໍ່ໃຫ້ເກີດຄວາມເສຍຫາຍ.

ຈາກນັ້ນ ກໍທໍາການລ້າງຫົວມັນ,ປອກເປືອກ, ສັບຫົວມັນໃຫ້ມີຂະໜາກນ້ອຍລົງ ພ້ອມໂມ້ເສດມັນ ໃຫ້ຢູ່ໃນສະພາບຂອງແຫຼວ ແລະ ຜະລິດຕາມຂັ້ນຕອນເຕັກນິກຂອງລະບົບເຄື່ອງຈັກ ຈົນຮອດຂັ້ນຕອນສຸດທ້າຍການອົບແຫ້ງ ຈິ່ງສາມາດບັນຈຸເຂົ້າ ຖົງ ຫຼື ກະສອບໄດ້. ມື້ໜຶ່ງ ສາມາດຜະລິດໄດ້ 700 ໂຕນມັນດິບ ເທົ່າກັບ 245 ໂຕນແປ້ງ. ໂດຍສະເລ່ຍ ມັນຕົ້ນດິບ ຈໍານວນ 1.000 ໂຕນ ສາມາດຜະລິດອອກມາເປັນແປ້ງໄດ້ 350 ໂຕນ. ແປ້ງມັນຕົ້ນທີ່ຜະລິດໄດ້ ແມ່ນສົ່ງອອກຂາຍພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫວຽດນາມ ແລະ ຈີນ.

ທ່ານ ວີໄຊ ຜິວສະຫມຸດ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກ ໂຮງງານຈະເກັບຊື້ຜົນຜະລິດ ສ້າງອາຊີບ,ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນແລ້ວ, ທາງໂຮງງານ ຍັງໄດ້ຊຸກຍູ້ສົ່ງເສີມປະຊາຊົນ ຜູ້ທີ່ມີຄວາມສົນໃຈຢາກປູກ ແລະ ເກັບຊື້ຜົນຜະລິດຄືນຈາກພໍ່ແມ່ປະຊາຊົນ ບໍ່ວ່າຈະເປັນມັນຕົ້ນດິບ ແລະ ມັນຕົ້ນແຫ້ງ. ສະເລ່ຍຄວາມຕ້ອງການທັງໝົດ 156.000 ໂຕນຕໍ່ປີ.