ພາຮູ້ຈັກນາງສາວມິດຕະພາບ ແລະ ຮັບລາງວັນ ຊຸດປະຈໍາຊາດດີເດັ່ນ ຜ່ານຄໍາ ເງື່ອມດາເຣີນ

243

ບໍ່ເວົ້າເຖິງກໍບໍ່ໄດ້ເລີຍອີກໜຶ່ງສາວງາມທີ່ມີຮອຍຍິ້ມອ່ອນຫວານ ແລະ ເປັນມິດກັບທຸກຄົນ ຈົນໄດ້ຮັບລາງວັນ ນາງສາວມິດຕະພາບ ແລະ ຍັງໄດ້ລາງງວັນຊຸດປະຈໍາແຂວງດີເດັ່ນໄປຄອງ ຈາກເວທີ ນາງສາວລາວ ຫຼື Miss Laos 2021 ແລະ ເພື່ອເປັນການແນະນໍາໃຫ້ຮູ້ຈັກສາວງາມຄົນນີ້ໃຫ້ຫຼາຍຂຶ້ນ ມື້ນີ້ທີມຂ່າວບັນເທີງພາມາ ທໍາຄວາມຮູ້ຈັກກັບສາວງາມຕົວແທນຈາກແຂວງເຊກອງຄົນນີ້ ຜ່ານຄໍາ ເງື່ອມດາເຣີນ ຫຼື ຜ່ານ ປັດຈຸບັນອາຍຸ 21 ມາຈາກແຂວງເຊກອງ ແລະ ກຳລັງສຶກສາຢູ່ມະຫາວິທະຍາໄລຈໍາປາສັກ ປີທີ4.

ສາວຄົນນີ້ມີດີກີບໍ່ທໍາມະດາ ທີ່ຜ່ານມາເຄີຍປະກວດນາງສາວເຊກອງປີ2018 ມາແລ້ວ ແລະ ທີ່ສໍາຄຳຄັນໄດ້ຕຳແໜ່ງຮອງອັນດັບ 3 ມາຄອບຄອງເປັນທີ່ຮຽບຮ້ອຍ ນີ້ເອງທີ່ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ນ້ອງຜ່ານຄໍາ ມີຄວາມໄຝ່ຝັນ ແລະ ຢາກເຂົ້າປະກວດໃນເວທີນາງງາມເລື້ອຍມາ.

ຄໍາຄົມປະຈໍາໃຈແມ່ນ “ເປັນ ຍິງຂໍເປັນຍິງແທ້ ບໍ່ແກມແຮ່ແກມຊາຍ ໃຫ້ເປັນຍິງແທ້ໆ ແນ່ແລ້ວຈິງຄ່ອຍຍິງ” ແລະ ຄະຕິເຕືອນໃຈກໍຄື (ບໍ່ຝາກຊີວິດ ແລະ ໂຊກສະຕາໃຫ້ກັບຄົນອື່ນເຮົາຕ້ອງຢືນດ້ວຍລໍາແຂ່ງ ແລະ ຕີນມືໂຕເອງ).

ທັງນີ້ໃນເວທີອັນຊົງກຽດທີ່ສາວງາມຄົນນີ້ສາມາດຄວ້າລາງວັນມາຄອບຄອງໄດ້ເຖິງສອງລາງວັນດ້ວຍກັນຄື ລາງວັນ ນາງສາວມິດຕະພາບ ແລະ ລາງວັນ ຊຸດປະຈໍາຊາດດີເດັ່ນ ເຊິ່ງຊຸດທີ່ຜ່ານສວມໃສ່ ແລະ ໄດ້ລາງວັນນັ້ນກໍຄື ຊຸດ “ ເອກກະລັກ ເຜົ່າກຣຽງ ລືນາມ” ທີ່ອອກແບບໂດຍ ທ້າວ ພອນປະເສີດ ແລະ ນາງ ມະນີວອນ ເຊິ່ງເປັນຊຸດປະຈໍາແຂວງ ເຊກອງ.

ເປັນອີກໜຶ່ງຊຸດທີ່ມີຄວາມໝາຍ ແລະ ໄດ້ຮັບແຮງບັນດານໃຈມາຈາກ ເຜົ່າກຣຽງ ຫຼື ເອີ້ນອີກຊື່ໜຶ່ງວ່າ ແງະ ເຊິ່ງເປັນຊົນເຜົ່າທີ່ມີປະຫວັດ ແລະ ຄວາມເປັນມາຫຼາຍຮ້ອຍປີ ແລະ ໝູ່ບ້ານຊົນເຜົ່າກຣຽງ ເມືອງລະນາມ ແຂວງເຊກອງ ເປັນບ່ອນທີ່ມີຊື່ສຽງເລື່ອງການຕໍ່າຜ້າອັນເປັນເອກກະລັກ ຕົວຂອງຊຸດໄດ້ອອກແບບເປັນຊຸດທີ່ ລຽບຫຼູ ແຕ່ແຝງກິ່ນອາຍຄວາມເປັນທ້ອງຖິ່ນຜ່ານລາຍຜ້າໂດຍສະເພາະ ຝີໄມ້ລາຍມືຂອງຄົນເຊກອງ ເຊິ່ງລາຍຜ້າຖືກອອກແບບມາຈາກການ ຍົກເອົາວິຖີການດຳລົງຊີວິດ, ວັດທະນະທຳ ແລະ ສັງຄົມຂອງຄົນຊົນເຜົ່ານີ້ ຖ່າຍທອດລົງໄປໃນຜ້າ ເຊັ່ນ: ສັດ, ເຮືອນຊົນເຜົ່າວັດຖຸ ອຸປະກອນການດຳລົງຊີວິດ ເປັນຕົ້ນ. ເພື່ອຍົກໃຫ້ເຫັນງານອັນວິຈິດ ບັນວົງຂອງຝີມືຊາວບ້ານເຜົ່າກຣຽງໂດຍກົງ ດ້ານຂ້າງຂອງຊຸດຈະເຮັດຈາກການສານຜ້າເຊິ່ງສື່ໃຫ້ເຫັນເຖິງ ຫັດຖະກຳຈັກສານ ແລະ ຝາເຮືອນກະແຕະຂອງຊົນເຜົ່າກຣຽງ ພ້ອມກັບຊຸດປະດັບດ້ວຍເຄື່ອງເງິນ ແລະ ລູກຕຸ່ມຫຼາກຫຼາຍສີ ມາປະດັບເຂົ້າຕົວຊຸດໃຫ້ມີຄວາມໂດດເດັ່ນ ແລະ ສະໜຸກສະໜານຍິ່ງຂຶ້ນ ເມື່ອໄດ້ມາຢາມໝູ່ບ້ານຊົນເຜົ່າກຣຽງ ແຂວງເຊກອງກໍຈະເຫັນຜູ້ຍິງມັກນັ່ງຕໍ່າຜ້າ ພ້ອມກັບສູບບັ້ງຢາໄປນຳ ເຊິ່ງເປັນເອກະລັກ ແລະ ປະເພນີການດຳລໍຊີວິດເຂົານັ້ນເອງ.

ສໍາລັບຊ່ອງທາງໃນການຕິດຕາມຜົນງານ ແລະ ການເຄື່ອນໄຫວຂອນ້ອງຄົນນີ້ແມ່ນສາມາດຕິດຕາມໄດ້ ທີ່ເຟສບຸກສ່ວນຕົວ Phan Kham Ngermdaren.

 

[ ຮູບ: Phan Kham Ngermdaren ]