ວາງສີລາລຶກແລ້ວ ຈະເລີ່ມສ້າງໂຄງການຕົວເມືອງອັດສະລິຍະໃໝ່

341

ຍິນຊື່ນີ້ຫຼາຍຄົນສົນໃຈແນ່ນອນ “ຕົວເມືອງອັດສະລິຍະ” ຈະອອກມາຮູບແບບໃດ ແອັດເອງກໍ່ຍັງນຶກພາບບໍ່ອອກ ແຕ່ແນ່ນອນຕ້ອງໜ້າສົນໃຈຜູ້ພັດທະນາໂຄງການເຊື່ອໂຄງການນນີ້ຈະຊ່ວຍດຶງດູດການທ່ອງທ່ຽວໄດ້ຫຼາຍຂຶ້ນໃນອີກສອງປີຂ້າງໜ້າ.

ສຳລັບການວາງສີລາລຶກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມັງກອນ 2022 ນີ້ ທີ່ເຂດນິຄົມອຸດສາຫະກຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໃນງານພິທີວາງສີລາລຶກໂຄງການຄັ້ງນີ້ມີ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານປະທານ ແລະ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈຳກັດ(ຜູ້ພັດທະນາ ໂຄງການຕົວເມືອງອັດສະລິຍະໃໝ່ (Smart city)), ມີຜູ້ຕາງໜ້າບໍລິສັດໃນເຄືອພົງສະຫວັນ, ເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນີ້ພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ສະບັບລົງວັນທີ 28 ກໍລະກົດ 2017, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໂຄງການຕາມຂໍ້ຕົກລົງເລກທີ 0730/ຈນວ, ລົງວັນທີ 31 ສິງຫາ 2017 ເຊິ່ງຄະນະດັ່ງກ່າວເປັນຄະນະຮັບຜິດຊອບຊີ້ນຳການລົງຕິດຕາມກວດກາ ແລະ ຊຸກຍູ້ການດຳເນີນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກຳຂໍ້ມູນ, ອອກແບບ ແລະ ສືກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການຕ່າງໆຢູ່ເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ, ມີໜ້າທີ່ຊີ້ນຳ-ນຳພາການລົງສຳຫຼວດຂອບເຂດທີ່ດິນທີ່ ກຸ່ມບໍລິສັດພົງສະຫວັນ ຈຳກັດ ທີ່ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນໃນເນື້ອທີ 300 ເຮັກຕາ ພ້ອມທັງນຳພາໄກ່ເກ່ຍຂໍ້ຂັດແຍ່ງກັບເຈົ້າຂອງດິນເດີມຢ່າງສົມເຫດສົມຜົນໃນຮູບແບບຕ່າງຝ່າຍຕ່າງມີຄວາມເພິ່ງພໍໃຈຕໍ່ກັນ.

ພື້ນທີ່ດັ່ງກ່າວກວມເອົາ 5 ເຂດຄື: ເຂດທີ່ພັກອາໄສແລະການຄ້າ, ເຂດສາທາລະນະແລະຂົນສົ່ງໂດຍສານ, ເຂດການຄ້າ, ບໍລິການຕ່າງໆ ແລະ ເຂດການຄ້າສາກົນ, ເຂດພື້ນທີ່ສີຂຽວ, ເຊິ່ງໂຄງການດັ່ງກ່າວແມ່ນນອນຢູ່ໃນໂຄງການນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ 1,376 ເຮັກຕາ. ກຸ່ມບໍລິສັດພົງສະຫວັນ ຈຳກັດ ພວກເຮົາໄດ້ລົງເກັບກໍາຂໍ້ມູນຕົວຈິງຈາກເຂດນິຄົມອຸດສາຫະກຳ ເພື່ອມາສຶກສາ, ຄົ້ນຄວ້າ, ວິເຄາະເຖິງດ້ານຕ່າງໆໃນການພັດທະນາເສດຖະກິດຂອງເຂດນິຄົມອຸດສາຫະກຳ ເມືອງ ໄຊເສດຖາ ບົນພື້ນຖານວິໄສທັດການພັດທະນາແບບຢືນຍົງ.

ໃນໄລຍະເບື້ອງຕົ້ນແມ່ນຈະພັດທະນາໂຄງໃນເນື້ອທີ່ 20 ເຮັກຕາຕາມແຜນຜັງຂອງບໍລິສັດ SURBANAJURONG ຂອງປະເທດສິງກະໂປ ທີ່ອອກແບບໃຫ້ແຕ່ປີ 2017 ເປັນຕົວເມືອງທັນສະໄໝ, ເປັນຕົວແບບຂອງນະຄອນຫຼວງກ່ອນ ຈາກນັ້ນຈະສຶບຕໍ່ພັດທະນາຕົວເມືອງອັດສະລິຍະໃໝ່ອອກໄປຕື່ມອີກ ໃນເນື້ອທີ່ 280 ເຮັກຕາສ່ວນທີ່ຍັງເຫຼືອ.

ໃນພິທີວາງສີລາລຶກການກໍ່ສ້າງຕົວເມືອງອັດສະລິຍະໃໝ່ (Smart city) ທາງກຸ່ມບໍລິສັດພົງສະຫວັນ ຈຳກັດ ຈະບໍ່ຢຸດພຽງແຕ່ກິດຈະກໍານີ້ ແຕ່ແຜນງານແມ່ນຍັງຈະສືບຕໍ່ພັກດັນໃຫ້ກາຍເປັນເຂດການຄ້າ ແລະ ບໍລິການທີ່ທັນສະໄໝທີ່ສຸດ ປະກອບມີຕຶກອາຄານ, ສຳນັກງານ ເຂດທີ່ພັກອາໄສ ແລະ ການຄ້າ, ເຂດສາທາລະນະສຸກ ແລະ ຂົນສົ່ງໂດຍສານ, ເຂດການຄ້າ ແລະ ບໍລິການ, ເຂດການຄ້າສາກົນ, ແລະ ເຂດພື້ນທີ່ີສີຂຽວ…ໂດຍມີເປົ້າໝາຍໃຫ້ສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍຂື້ນໃນໜຶ່ງຫາສອງປີຂ້າງໜ້າ, ຫລຸດຜ່ອນຄ່າຄອງຊີບພາຍໃນນະຄອນຫຼວງວຽງຈັນ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຊາວນະຄອນຫຼວງວຽງຈັນມີອາຊີບທີ່ແນ່ນອນອີກດ້ວຍ.

ພາບຈາກ: ອາ ລາວຈະເລີນ ສະຕູດີໂອ