ດຽວນີ້ຫາຄູ່ບໍ່ຍາກ! ຈີບກັນທາງອອນລາຍ ກໍ່ໄດ້ອອກເດດແລ້ວ

114

ກໍ່ບໍ່ແມ່ນເລື່ອງແປກໃໝ່ສຳລັບການຫາຄູ່ທາງອອນລາຍ ເຊິ່ງປັດຈຸບັນບໍ່ວ່າຈະຢູ່ໃສໂລກອອນລາຍກໍ່ເປີດໃຫ້ເຮົາເຂົ້າເຖິງໄດ້ໝົດ ນັ້ນໝາຍຄວາມວ່າຈະເຮັດຫຍັງກໍ່ໄດ້ຖ້າສິ່ງທີ່ເປັນໄປໄດ້ໃນໂລກໂຊຊຽວ ແມ່ນແຕ່ການຫາຄູ່ຄອງກໍ່ເຊັ່ນດຽວກັນ ສຳລັບຊາວຈີນແລ້ວ ມີ 30 ລ້ານຄົນທີ່ໃຊ້ບໍລິການຫາຄູ່, ນັດອອກເດດ ທາງອອນລາຍ.

ແຕ່ວ່າຕາມການລາຍງານຂອງຂ່າວຕ່າງປະເທດໄດ້ລະບຸໄວ້ວ່າ ສ່ວນໃຫຍ່ແລ້ວແມ່ນຄົນທີ່ເກີດຫຼັງປີ 1985 ທີ່ນິຍົມໃຊ້ຫຼາຍທີ່ສຸດ ຫຼື ໃຊ້ບໍລິການຫາຄູ່ທາງອອນລາຍ. ບໍລິສັດ ບິກດາຕ້າ ຣີເສີດ ເຊິ່ງເປັນບໍລິສັດທີ່ວິເຄາະອຸດສາຫະກຳ ເປີດເຜີຍຂໍ້ມູນວ່າ: ຕະຫຼາດຫາຄູ່ທາງໂລກອອນລາຍຂອງຈີນເພີ່ມຂຶ້ນ 11,6%ຈາກປີ 2020.

ໃນນັ້ນມີຊາວຈີນ 30 ກວ່າລ້ານຄົນໃຊ້ບໍລິການຫາຄູ່ທາງອອນລາຍ ເຊິ່ງກຸ່ມໃຫຍ່ແມ່ນຄົນທີ່ເກີດຫຼັງປີ 1985 ເຊິ່ງເປັນກຸ່ມສຳຄັນທີ່ພັກດັນການເຕີບໂຕຂອງທຸລະກິດຈຶ່ງຄາດການວ່າ ປີ 2022 ນີ້ ຕ້ອງເຕີບໂຕຂຶ້ນເປັນກ້າວໆ. ເຊິ່ງໃນຈຳນວນ 30 ລ້ານຄົນໝາຍເຖິງ 73,3% ໃຊ້ບໍລິການໃນໂລກອອນລາຍເພື່ອນັດພົບຄົນທີ່ບໍ່ຮູ້ຈັກກັນມາກ່ອນ ເພື່ອມາເປັນຄູ່ຄອງ.

ຂໍ້ມູນລະບຸອີກວ່າ 56,4% ນິຍົມໃຊ້ບໍລິການໄລຟ໌ສະຕີມມິ່ງ ໃນການລົມກັນ, 43,9% ໃຊ້ຂໍ້ຄວາມສຽງກັບຂໍ້ຄວາມພິມ ແລະ 39,2% ນິຍົມໃຊ້ການສົ່ງວິດີໂອສັ້ນ. ເຊິ່ງຮູບແບບ ແລະ ຊ່ອງທາງການຫາຄູ່ທາງອອນລາຍມີຄວາມຫຼາກຫຼາຍຂຶ້ນເລື້ອຍໆ ຈຶ່ງເຮັດໃຫ້ຜູ້ໃຫ້ບໍລິການມີການພັດທະນາຫຼາຍຂຶ້ນໃນແບບຕ່າງໆ ແລະ ແປກໃໝ່ ເຊິ່ງວິທີດັ່ງເດີມແມ່ນເປັນການສົ່ງຂໍ້ຄວາມພິມ ແລະ ຮູບພາບ ຈຶ່ງບໍ່ຕອບໂຈດຄວາມຕ້ອງການຂອງກຸ່ມຄົນໂສດອີກຕໍ່ໄປ