ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າວັນທີ 14 ມັງກອນນີ້

141

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 0039/ອຄ, ລົງວັນທີ 13 ມັງກອນ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ປັບຂຶ້ນນ້ຳມັນເຊື້ອໄຟທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 820 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ ແລະ ກາຊວນ ປັບຂຶ້ນ 610 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 14 ມັງກອນ 2022 ເປັນຕົ້ນໄປ.

ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້:

  • ນະຄອນຫຼວງວຽງຈັນ ແອັດຊັງພິເສດ 14.770 ກີບ/ລິດ, ແອັດຊັງທຳມະດາ 12.900 ກີບ/ລິດ, ກາຊວນ 11.080 ກີບ/ລິດ
  • ຜົ້ງສາລີ ແອັດຊັງພິເສດ 15.410 ກີບ/ລິດ, ແອັດຊັງທໍາມະດາ 13.550 ກີບ/ລິດ, ກາຊວນ 11.720 ກີບ/ລິດ
  • ຫຼວງນ້ຳທາ ແອັດຊັງພິເສດ 15.130 ກີບ/ລິດ, ແອັດຊັງທຳມະດາ 13.270 ກີບ/ລິດ, ກາຊວນ 11.440 ກີບ/ລິດ
  • ອຸດົມໄຊ ແອັດຊັງພິເສດ 15.130 ກີບ/ລິດ, ແອັດຊັງທຳມະດາ 13.380 ກີບ/ລິດ, ກາຊວນ 11.560 ກີບ/ລິດ

  • ບໍ່ແກ້ວ ແອັດຊັງພິເສດ 14.870 ກີບ/ລິດ, ແອັດຊັງທຳມະດາ 13.000 ກີບ/ລິດ, ກາຊວນ 11.180 ກີບ/ລິດ
  • ຫຼວງພະບາງ ແອັດຊັງພິເສດ 15.140 ກີບ/ລິດ, ແອັດຊັງທໍາມະດາ  13.280 ກີບ/ລິດ, ກາຊວນ 11.450 ກີບ/ລິດ
  • ໄຊຍະບູລີ ແອັດຊັງພິເສດ 15.030 ກີບ/ລິດ, ແອັດຊັງທຳມະດາ 13.160 ກີບ/ລິດ, ກາຊວນ 11.340 ກີບ/ລິດ
  • ຫົວພັນ ແອັດຊັງພິເສດ 15.170 ກີບ/ລິດ, ແອັດຊັງທຳມະດາ 13.310 ກີບ/ລິດ, ກາຊວນ 11.480 ກີບ/ລິດ
  • ຊຽງຂວາງ ແອັດຊັງພິເສດ 14.960 ກີບ/ລິດ, ແອັດຊັງທຳມະດາ 13.090 ກີບ/ລິດ, ກາຊວນ 11.270 ກີບ/ລິດ

  • ວຽງຈັນ ແອັດຊັງພິເສດ 14.770 ກີບ/ລິດ,  ແອັດຊັງທໍາມະດາ 12.900 ກີບ/ລິດ, ກາຊວນ 11.080 ກີບ/ລິດ
  • ບໍລິຄໍາໄຊ ແອັດຊັງພິເສດ 14.850 ກີບ/ລິດ, ແອັດຊັງທໍາມະດາ 12.980 ກີບ/ລິດ, ກາຊວນ 11.160 ກີບ/ລິດ
  • ຄໍາມ່ວນ ແອັດຊັງພິເສດ 14.800 ກີບ/ລິດ, ແອັດຊັງທໍາມະດາ 12.930 ກີບ/ລິດ, ກາຊວນ 11.110 ກີບ/ລິດ
  • ສະຫວັນນະເຂດ ແອັດຊັງພິເສດ 14.800 ກີບ/ລິດ, ແອັດຊັງທໍາມະດາ 12.930 ກີບ/ລິດ, ກາຊວນ 11.110 ກີບ/ລິດ
  • ສາລະວັນ ແອັດຊັງພິເສດ 14.980 ກີບ/ລິດ, ແອັດຊັງທໍາມະດາ 13.110 ກີບ/ລິດ, ກາຊວນ 11.290 ກີບ/ລິດ

  • ຈໍາປາສັກ ແອັດຊັງພິເສດ 14.830 ກີບ/ລິດ, ແອັດຊັງທໍາມະດາ 12.960 ກີບ/ລິດ, ກາຊວນ 11.140 ກີບ/ລິດ
  • ເຊກອງ ແອັດຊັງພິເສດ 14.980 ກີບ/ລິດ, ແອັດຊັງທໍາມະດາ 13.110 ກີບ/ລິດ, ກາຊວນ 11.290 ກີບ/ລິດ
  • ອັດຕະປື ແອັດຊັງພິເສດ 15.010 ກີບ/ລິດ, ແອັດຊັງທໍາມະດາ 13.140 ກີບ/ລິດ, ກາຊວນ 11.320 ກີບ/ລິດ
  • ໄຊສົມບູນ ແອັດຊັງພິເສດ 15.050 ກີບ/ລິດ, ແອັດຊັງທໍາມະດາ 13.180 ກີບ/ລິດ, ກາຊວນ 11.360 ກີບ/ລິດ

ທັງນີ້, ການປັບລາຄານ້ຳມັນເຊື້ອໄຟໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮ່ນ້ຳມັນແອັດຊັງທຳມະດາ ແລະ ກາຊວນ ເຫຼືອ 0 ກີບຕໍ່ລິດ, ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0035/ກຄພນ, ລົງວັນທີ 12 ມັງກອນ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1330/ອຄ, ລົງວັນທີ 30 ທັນວາ 2021