ເອັຟຊີ ຈັນທະບູລີ ເຊັນສັນຍາກັບສະໂມສອນໃນລີກສູງສຸດຂອງຍີ່ປຸ່ນ ຮ່ວມພັດທະນາ 3 ປີ

179

ເພຈ໌ບຸກທາງການຂອງ FC Chanthabouly / LAO Toyota FC ປະກາດຂ່າວດີໃນຕອນບ່າຍມື້ນີ້ວັນທີ 13 ມັງກອນ 2022 ວ່າ: ການເຊັນສັນຍາພັນທະມິດ ລະຫວ່າງ ສະໂມສອນ ໂຊນັນ ເບລມາເຣ (ຢີ່ປຸ່ນ) ກັບ ສະໂມສອນ ເອັຟຊີ ຈັນທະບູລີ (ລາວ) ຄວາມຮ່ວມມືພັດທະນາສະໂມສອນບານເຕະ ແລະນັກກິລາບານເຕະ

ໂດຍການມີການເຊັນສັນຍາເປັນໄລຍະເວລາ 3 ປີ ໃນດ້ານຕ່າງໆດັ່ງນີ້ :
1. ດ້ານທີມຊຸດໃຫຍ່ການແລກປ່ຽນນັກກິລາ, ທີມງານສະຕາບໂຄ້ຊ, ແລະ ການຝຶກຊ້ອມຮ່ວມກັນໃນລະດັບທ໋ອບທີມ.
2. ດ້ານທີມເຍົາວະຊົນ ການແລກປ່ຽນ ການຝຶກຊ້ອມນັກກິລາເຍົາວະຊົນ, ການສອນຄູຝຶກ, ທີມງານສະຕາບໂຄ້ຊ ແລະ ການຮ່ວມການແຂ່ງຂັນໃນລະດັບເຍົາວະຊົນ

3. ດ້ານຂໍ້ມູນຂ່າວສານ ການແລກປ່ຽນຂໍ້ມູນນັກກິລາ, ທີມງານສະຕາບໂຄ້ຊ, ການແຂ່ງຂັນ ແລະ ການຝຶກຊ້ອມ
4. ດ້ານທຸລະກິດ ການຫາສະປ່ອນເຊີ້, ປີ້ການແຂ່ງຂັນ, ຂອງທີ່ລະນຶກ, ການບໍລິຫານການຈັດການແຂ່ງຂັນ ແລະ ແຟນຄັບ
ເປັນການເຊັນສັນຍາ ຕັ້ງແຕ່ 1 ມັງກອນ 2022 ເຖິງ 31 ທັນວາ 2024
ຂໍ້ມູນຈາກ: FC Chanthabouly / LAO Toyota FC