ມື້ນີ້ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 805 ກໍລະນີ, ເສຍຊີວິດໃໝ່ 7 ກໍລະນີ

107

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 13 ມັງກອນ ປີ 2022 ວ່າ ມາຮອດວັນທີ 12 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.171 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 805 ຄົນ (ຕິດເຊື້ອພາຍໃນ 804 ຄົນ ແລະ ນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 804 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 148 ຄົນ, ສະຫວັນນະເຂດ 19 ຄົນ, ຈຳປາສັກ 15 ຄົນ, ສາລະວັນ 15 ຄົນ
ເຊກອງ 22 ຄົນ, ອັດຕະປື 19 ຄົນ, ບໍ່ແກ້ວ 27 ຄົນ, ວຽງຈັນ 92 ຄົນ, ຫຼວງພະບາງ 51 ຄົນ, ຫຼວງນ້ຳທາ 55 ຄົນ, ອຸດົມໄຊ 59 ຄົນ

ຜົ້ງສາລີ 30 ຄົນ, ໄຊຍະບູລີ 68 ຄົນ, ຊຽງຂວາງ 32 ຄົນ, ຄຳມ່ວນ 9 ຄົນ, ບໍລິຄຳໄຊ 63 ຄົນ, ໄຊສົມບູນ 38 ຄົນ ແລະ ຫົວພັນ 43 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 01 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 122.241 ກໍລະນີ, ອອກໂຮງໝໍວານນີ້ 784 ຄົນ , ກຳລັງປິ່ນປົວ 7.104 ຄົນ ແລະ ເສຍຊີວິດສະສົມທັງໝົດ 471 ຄົນ (ເສຍຊີວິດໃໝ່ 07 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 7 ຄົນ ຈາກ ນະຄອນຫຼວງ 4 ຄົນ, ບໍ່ແກ້ວ 1 ຄົນ, ເຊກອງ 1 ຄົນ ແລະ ຫົວພັນ 1 ຄົນ.