ເມືອງຕົ້ນເຜິ້ງ ສ້າງພຣະພຸດທະຮູບໃຫຍ່ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຂອງເມືອງ

201

ການລະບາດໂຄວິດ19 ເຫັນໄດ້ວ່າຫຼາຍເຂດ ຫຼາຍເມືອງກໍ່ຖືເອົາໂອກາດແຫ່ງການປິດ ຫຼື ບໍ່ອະນຸຍາດໃຫ້ເດີນທາງເຂົ້າອອກນີ້ ເປັນຊ່ວງແຫ່ງການບູລະນະສ້າງສາ. ວັນທີ 8 ມັງກອນ 2022 ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆ ບໍ່ແກ້ວ ພ້ອມຄະນະ ໄດ້ຢ້ຽມຊົມໂຄງການສ້າງພະເຈົ້າໃຫຍ່ພຸດທະປາຣະມີສຣີໂຄມຄຳ ດອຍຈອມແຈ້ງ ແລະ ນໍ້າຕົກຕາດບ້ານຫ້ວຍລົມ ເຊິ່ງພວມໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ຕົ້ນເຜິ້ງ.

ໃນໂອກາດຢ້ຽມຊົມຄັ້ງນີ້ ທ່ານ ຂັນທອງ ແກ້ວປະເສີດ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງ ໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງພະເຈົ້າໃຫຍ່ພຸດທະປາຣະມີສຣີໂຄມຄຳ ເຊິ່ງພະພຸດທະຮູບອົງດັ່ງກ່າວ ໄດ້ຖືກອອກແບບເປັນໂຄງສ້າງຊິມັງເສີມເຫຼັກ ມີຂະໜາດໜ້າຕັກ 12 ແມັດ, ສູງ 18 ແມັດ.

ປະຈຸບັນພວມຢູ່ໃນໄລຍະການເທຂຶ້ນໜ້າຕັກ ສ່ວນທຶນໃນການກໍສ້າງແມ່ນໄດ້ຈາກການປະກອບສ່ວນຂອງຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາຢູ່ພາຍໃນເມືອງ ແລະ ພາຍໃນແຂວງ. ສຳລັບນໍ້າຕົກຫ້ວຍລົມ ປະຈຸບັນພວມຢູ່ໃນໄລຍະການຂຽນການບົດວິພາກ ເພື່ອເຊັນສັນຍາສຳປະທານ ລະຫວ່າງ ບໍລິສັດທີ່ຈະສຳປະທານ ແລະ ອົງການປົກຄອງເມືອງ ໃນເນື້ອທີ່ 148,650 ຕາແມັດ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວໃນຮູບແບບສວນອຸທິຍານດອກໄມ້ໃກ້ກັບນໍ້າຕົກຕາດ ຕິດພັນກັບການທ່ຽວຊົມວິຖີຊີວິດວັດທະນະທຳຊົນເຜົ່າລາຫູຊິ ບ້ານຫ້ວຍລົມ.