ກຽມປະຕິຮູບຄືນໃໝ່ ພຣະພຸດທະຮູບແກະສະຫຼັກເທິງໜ້າຜາທີ່ໃຫຍ່ສຸດໃນໂລກ

146

ເຊື່ອວ່າຫຼາຍຄົນຈະຄຸ້ນໆຮູບອົງພຣະແກະສະຫຼັກໃຫຍ່ອົງນີ້ມາແນ່ແລ້ວຕາມສື່ອອນລາຍຕ່າງໆ ເຊິ່ງວ່າພະພຸດທະຮູບອົງນີ້ມີຊື່ວ່າ: ເລີ່ຊານ ເຊິ່ງໄດ້ຖືກບັນທຶກໄວ້ວ່າເປັນພະພຸດທະຮູບແກະສະຫຼັກທີ່ໃຫຍ່ທີ່ສຸດໃນໂລກ ທີ່ສ້າງຂຶ້ນໃນລາດຊະວົງຖັງ ປີ 713 ໄລຍະສັດຕະວັດທີ8. ໃຊ້ເວລາແກະສະຫຼັກ 90 ປີ.

ພະພຸດທະຮູບອົງນີ້ມີຄວາມສູງທີ່ 71 ແມັດ ເປັນບູຮານສະຖານທີ່ເກົ່າແກ່ ມີອາຍຸຫຼາຍກວ່າ 1.200 ປີປະດິດສະຖານໄວ້ທີ່ພູ ເອີ໋ເໝີຍ ໃກ້ກັບນະຄອນເສີນຕູ ເມືອງເອກຂອງແຂວງ ເສສວນ ດ້ວຍຄວາມໂດດເດັ່ນຈຶ່ງໄດ້ຮັບຂຶ້ນທະບຽນໂດຍອົງການຢູເນສໂກໃຫ້ເປັນມໍລະດົກໂລກໃນປີ 1996.

ຫຼ້າສຸດນີ້ ທີມຜູ້ຊ່ຽວຊານຈາກທັງພາຍໃນ ແລະ ຕ່າງປະເທດຂອງຈີນ ຈະຮ່ວມກັນບູລະນະເພື່ອເຮັດໃຫ້ອົງພະແຂງແກ່ງຂຶ້ນ ແລະ ຊຸດໂຊມນ້ອຍລົງ ເພື່ອຄົງຢູ່ໃຫ້ກັບລູກຫຼານໄດ້ເຫັນ. ເຊິ່ງວ່າພະໃຫຍ່ເລີ່ຊານ ໄດ້ຮັບການບູລະນະຫຼ້າສຸດໃນເດືອນເມສາ ປີ 2019 ເຊິ່ງເປັນການບູລະນະຄັ້ງທີ 7 ໃນຮອບ 100 ປີ.

ສຳລັບການບູລະນະໃນຄັ້ງນີ້ແມ່ນມີຄວາມຈຳເປັນ ເນື່ອງຈາກຊ່ວງ ດັງ ແລະ ໃບໜ້າຂອງອົງພະແມ່ນມີຮອຍເປິເປື້ອນ ນອກນີ້ສ່ວນໜ້າເອີກ, ທ້ອງ, ມື ແລະ ຂາບາງຈຸດປົກຄຸມໄປດ້ວຍພືດພັນນາໆຊະນິດ. ໂດຍບັນຫາເຫລົ່ານີ້ນັ້ນສ່ວນໃຫຍ່ແມ່ນເກີດຈາກນ້ຳຝົນ ແລະ ຄວາມຊຸ່ມ ຕາມລະດູການ