ອິນເຕີ ມິລານ ໂຊກດີໄດ້ປະຕູໄຊນາທີໆສຸດທ້າຍດັບຝັນ ຢູເວນຕຸສ ຄວ້າແຊັມ ຊູເປີ ໂຄປາ ສະໄໝທີ 6

122

ອະເລັກຊິສ ຊານເຊຊ ກອງໜ້າຂອງ ອິນເຕີ ມິລານ ຍິງປະຕູໄຊໄລຍະຕໍ່ເວລາພິເສດໃຫ້ກັບທີມບຽດເອົາຊະນະ ຢູເວນຕຸສ 2-1 ຄວ້າແຊັມ ຊູເປີ ໂຄປາ ອິຕາລີ ສະໄໝທີ 6 ໄປຄອງໄດ້ສໍາເລັດ ເມື່ອວັນທີ 12 ມັງກອນ 2022 ທີ່ສະໜາມຊານຊິໂຣ ເມືອງມິລານ ປະເທດອິຕາລີ.

ນັດນີ້ ຢູເວນຕຸສ ໄດ້ປະຕູຂຶ້ນນໍາໄປກ່ອນຈາກ ເວສຕັນ ແມັກເຄນນີ ນາທີໆ 25 ກ່ອນທີ່ຖືກ ອິນເຕີ ມິລານ ຕີສະເໝີ 1-1 ຈາກການຍິງຂອງ ເລົາຕາໂຣ ມາຕິເນຊ ນາທີໆ 35, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເພີ່ມໃນ 90 ນາທີ ເຮັດໃຫ້ຕ້ອງຕໍ່ເວລາພິເສດອອກໄປອີກ 30 ນາທີໆ.

ໄລຍະຕໍ່ເວລາພິເສດອີກ 30 ນາທີໆ ຕ່າງຝ່າຍຕ່າງລະມັດລະວັງ ບໍ່ຄ່ອຍຈະເລັ່ງເກັມ, ແຕ່ມາເຖິງນາທີໆ 120 ອິນເຕີ ມິລານ ມາໄດ້ປະຕູໄຊ ຈາກຈັງຫວະທີ່ ອະເລັກ ຊານໂດຣ ສະກັດບານບໍ່ຂາດໃນເຂດໂທດ ແລະ ອະເລັກຊິສ ຊານເຊຊ ສວຍໂອກາດຍາດບານກ່ອນຍິງຜ່ານມືຂອງ ມັດເຕຍ ເປຣິນ ເຂົ້າໄປພ້ອມຊ່ວຍໃຫ້ ອິນເຕີ ມິລານ ບຽດເອົາຊະນະ 2-1 ຄວ້າແຊັມໄປຄອງ ແລະ ເປັນແຊັມສະໄໝທີ 6.