ບັລເບເດ ຍິງປະຕູໄຊໃຫ້ ຣີລ ມາດຣິດ ບຽດຊະນະ ບາເຊໂລນາ ເຂົ້າຊີງຊະນະເລີດ ຊູເປີ ຄັບ

186

ເຟເດຣິໂກ ບັລເບເດ ກາຍເປັນພະເອກຍິງປະຕູໄຊໃຫ້ກັບ ຣີລ ມາດຣິດ ບຽດເອົາຊະນະ ບາເຊໂລນາ ໃນການຕໍ່ເວລາພິເສດ 3-2 ຂອງການແຂ່ງຂັນບານເຕະ ຊູເປີ ຄັບ ຮອບຮອງຊະນະເລີດ ເມື່ອວັນທີ 12 ມັງກອນ 2022 ທີ່ສະໜາມ ອິນເຕີເນຊັນແນລ ສະເຕດ້ຽມ ໃນຣິຢາດ ປະເທດອາຣັບບີ ຊາອຸດິດ.

ເລີ່ມການແຂ່ງຂັນເປັນ ຣີລ ມາດຣິດ ທີ່ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ ວິນິຊິອຸສ ຈູເນຍ ໃນນາທີໆ 25 ກ່ອນທີ່ ບາເຊໂລນາ ຈະໄລ່ຕີສະເໝີເປັນ 1-1 ຈາກ ລຸກ ເດີ ຢອງ ນາທີໆ 41 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ຣີລ ມາດຣິດ ຂຶ້ນນໍາ 2-1 ຈາກການຍິງຂອງ ຄາຣິມ ເບເຊມາ ນາທີໆ 72 ແຕ່ ບາເຊໂລນາ ກໍມາໄດ້ປະຕູຕີສະເໝີອີກຄັ້ງເປັນ 2-2 ຈາກການຍິງຂອງ ອັນຊູ ຟາຕິ ນາທີໆ 83 ກ່ອນຈົບ 90 ນາທີສະເໝີກັນ 2-2 ຕ້ອງຕໍ່ເວລາພິເສດອອກໄປ 30 ນາທີໆ.

ໃນການຕໍ່ເວລາພິເສດເປັນ ຣີລ ມາດຣິດ ທີ່ບຸກຢ່າງຕໍ່ເນື່ອງ ກ່ອນໄດ້ປະຕູໄຊຈາກການຍິງຂອງ ເຟເດຣິໂກ ບັລເບເດ ນາທີໆ 98 ເອົາຊະນະ ບາເຊໂລນາ 3-2 ເຮັດໃຫ້ ຣີລ ມາດຣິດ ຜ່ານເຂົ້າຮອບຊີງຊະນະເລີດໄປລໍຖ້າພົບທີມຊະນະລະຫວ່າງ ແອັດເລຕິໂກ ບິລເບົາ ຫຼື ແອັດເລຕິໂກ ມາດຣິດ ໂດຍຮອບຊີງຊະນະເລີດຈະແຂ່ງຂັນໃນວັນທີ 16 ມັງກອນ 2022.