WHO ຊີ້ ຈຳເປັນຕ້ອງປັບປຸງວັກຊີນ ເພື່ອຮັບມືກັບໄວຣັສກາຍພັນ

93

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ມັງກອນ 2022 ວ່າ ຄະນະກຳມະການຝ່າຍເຕັກນິກຂອງອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການລະບຸວ່າ: ຈຳເປັນຕ້ອງປັບປຸງວັກຊີນປ້ອງກັນໂຄວິດ-19 ທີ່ມີຢູ່ໃນຂະນະນີ້ ເພື່ອຮັບປະກັນວ່າ ມັນຈະມີປະສິດທິພາບໃນການຮັບມືກັບເຊື້ອໄວຣັສກາຍພັນໂອມີຄຣອນ ແລະ ເຊື້ອໄວຣັສກາຍພັນຊະນິດອື່ນໆໃນອະນາຄົດ.

ໃນຖະແຫຼງການລະບຸວ່າ: ຕ້ອງມີການປັບປຸງອົງປະກອບຂອງວັກຊີນຕ້ານໂຄວິດ-19 ເພື່ອໃຫ້ວັກຊີນສາມາດປ້ອງກັນການຕິດເຊື້ອ ແລະ ປ້ອງກັນໃນລະດັບທີ່ອົງການອະນາໄມໂລກແນະນຳ ຕະຫຼອດຮອດການຮັບມືກັບເຊື້ອກາຍພັນໂອມີຄຣອນ ແລະ ເຊື້ອກາຍພັນອື່ນໆໃນອະນາຄົດ. ວັກຊີນຕ້ອງມີພູມຄຸ້ມກັນທີ່ຄອບຄຸມ, ເຂັ້ມແຂງ ແລະ ຍາວນານ ເພື່ອຫຼຸດຄວາມຈຳເປັນໃນການສັກວັກຊີນຊ້ຳ ຫຼື ເຂັມກະຕຸ້ນ, ດັ່ງນັ້ນ ການວາງແຜນຍຸດທະສາດດ້ານວັກຊີນຕ້ອງຫຼີກລ່ຽງການສັກວັກຊີນຊ້ຳຊະນິດເດີມ ເຊິ່ງອາດຈະບໍ່ເໝາະສົມ ແລະ ບໍ່ກໍ່ໃຫ້ເກີດຜົນສຳເລັດທີ່ຍືນຍົງ.

ແນວໃດກໍຕາມ ໃນຖະແຫຼງການບໍ່ໄດ້ລະບຸເຖິງການພັດທະນາວັກຊີນ ເພື່ອຮັບມືກັບໂອມີຄຣອນໂດຍສະເພາະ ແຕ່ຊີ້ວ່າ ຈຳເປັນຕ້ອງມີການສຶກສາວິໄຈເພີ່ມເຕີມ ພ້ອມທັງຮຽກຮ້ອງໃຫ້ຜູ້ພັດທະນາວັກຊີນຈົ່ງແບ່ງປັນຂໍ້ມູນເຊິ່ງກັນ ແລະ ກັນ, ການປັບປຸງວັກຊີນຕ້ອງມຸ່ງເນັ້ນໄປທີ່ການຮັບມືກັບໄວຣັສກາຍພັນຕ່າງໆ ຫຼື ການສ້າງວັກຊີນທີ່ມີ ຄວາມຫຼາກຫຼາຍທີ່ສາມາດຮັບມືກັບໄວຣັສຫຼາຍຊະນິດໃນເຂັມດຽວ.