ສປຊ ຕ້ອງການງົບ 5 ຕື້ໂດລາ ຊ່ວຍອັຟການິສຖານ

97

ສຳນັກຂ່າວເອເອຟພີລາຍງານໃນວັນທີ 11 ມັງກອນ 2022 ວ່າ: ໃນປີນີ້ ອົງການສະຫະປະຊາຊາດປະກາດວ່າ ຕ້ອງການເງິນຫຼາຍເຖິງ 5 ຕື້ໂດລາສະຫະລັດ ເພື່ອນຳໄປຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນເພື່ອແກ້ໄຂບັນຫາວິກິດດ້ານສິດທິມະນຸດ ແລະ ເປັນການສ້າງອະນາຄົດໃຫ້ແກ່ຊາວອັຟການິສຖານ, ເຊິ່ງເປັນການຊ່ວຍເຫຼືອປະເທດດຽວທີ່ມີຈຳນວນເງິນຫຼາຍທີ່ສຸດ ໂດຍ ສປຊ ລະບຸວ່າ ເງິນຈຳນວນ 4.400 ລ້ານໂດລາ ຈະນຳໄປຊ່ວຍຊາວອັຟການິສຖານຈຳນວນ 22 ລ້ານຄົນທີ່ດຳລົງຊີວິດຢູ່ພາຍໃນປະເທດ ແລະ ອີກ 623 ລ້ານໂດລາ ຈະຊ່ວຍເຫຼືອຊາວອັຟການິສຖານຈຳນວນ 5,7 ລ້ານກວ່າຄົນ ທີ່ອາໄສຢູ່ຕາມສູນອົບພະຍົກຢູ່ປະເທດໃກ້ຄຽງ 5 ປະເທດ.