ທະນາຄານໂລກ ປັບຫຼຸດການຂະຫຍາຍຕົວເສດຖະກິດໂລກໃນປີ 2022 ລົງເຫຼືອ 4,1%

114

ທະນາຄານໂລກປະເມີນວ່າ ເສດຖະກິດໂລກໃນປີ 2022 ນີ້ ຍັງມີຄວາມສ່ຽງຫຼາຍປັດໄຈ ໂດຍປັດໄຈຫຼັກມາຈາກການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນທີ່ກຳລັງເຮັດໃຫ້ທົ່ວໂລກຕ້ອງຫັນມາໃຊ້ມາດຕະການຄວບຄຸມທີ່ເຂັ້ມງວດຂຶ້ນ, ນອກຈາກນີ້ ບັນຫາອັດຕາເງິນເຟີ້ ແລະ ນະໂຍບາຍດ້ານການເງິນຂອງພາກລັດ ທີ່ຈະຕ້ອງມີມາດຕະການຮັບມືກັບສະຖານະການທີ່ເກີດຂຶ້ນ.

ໃນບົດລາຍງານທ່າອ່ຽງຂອງເສດຖະກິດໂລກ (Global Economic Prospects) ຂອງທະນາຄານໂລກລະບຸວ່າ: ທະນາຄານໂລກໄດ້ປັບຫຼຸດການຄາດການເສດຖະກິດໂລກລົງຈາກ 5,5% ໃນປີ 2021 ຫຼຸດລົງເຫຼືອ 4,1% ໃນປີ 2022, ຈາກເດີມທີ່ຄາດການວ່າ ຈະຂະຫຍາຍຕົວ 4,3% ໃນປີ 2022.

ທັງນີ້ ທະນາຄານໂລກໄດ້ປັບຫຼຸດການຄາດການຂອງເສດຖະກິດສະຫະລັດອາເມຣິກາລົງເຫຼືອ 3,7% ໃນປີນີ້, ຈາກເດີມທີ່ຄາດວ່າຈະຂະຫຍາຍຕົວ 5,6% ໃນປີ 2022, ໃນຂະນະທີ່ເສດຖະກິດຈີນໃນປີ 2021 ຂະຫຍາຍຕົວລະດັບ 8% ຫຼຸດລົງເຫຼືອ 5,1% ໃນປີນີ້, ສ່ວນເສດຖະກິດຢູໂຣໂຊນຄາດວ່າຈະຂະຫຍາຍຕົວ 4,2% ໃນປີນີ້, ຫຼຸດລົງຈາກເດີມທີ່ຄາດວ່າ ຈະຂະຫຍາຍຕົວ 5,2%.
ສ່ວນເສດຖະກິດຍີ່ປຸ່ນຄາດວ່າຈະຂະຫຍາຍຕົວ 2,9% ໃນປີນີ້ ເພີ່ມຂຶ້ນຈາກການຄາດການຄັ້ງຜ່ານມາທີ່ຄາດວ່າຈະຢູ່ໃນລະດັບ 1,7%, ໃນຂະນະທີ່ປະເທດເສດຖະກິດເກີດໃໝ່ຄາດວ່າຈະຂະຫຍາຍຕົວ 4,6% ຫຼຸດລົງຈາກການຄາດການຄັ້ງຜ່ານມາ ທີ່ຄາດວ່າຈະຂະຫຍາຍຕົວ 6,3%.

ທະນາຄານໂລກລະບຸວ່າ ປັດໄຈຫຼັກທີ່ປັບຫຼຸດການຄາດການເສດຖະກິດໂລກລົງ ຍ້ອນການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ທີ່ກຳລັງແຜ່ລະບາດໄປທົ່ວໂລກໃນຂະນະນີ້ ເຮັດໃຫ້ຫຼາຍປະເທດມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຫຼາຍເທົ່າ ເຊິ່ງເປັນໄປໃນລັກສະນະດຽວກັນກັບເມື່ອປີ 2020 ທີ່ພະຍາດໂຄວິດລະບາດຢ່າງຮຸນແຮງ ເຮັດໃຫ້ລັດຖະບານຫຼາຍປະເທດຕ້ອງອອກມາດຕະການຄວບຄຸມຢ່າງເຂັ້ມງວດ ເຮັດໃຫ້ເສດຖະກິດໂລກຕິດລົບ 3,4% ແລະ ໃນປີ 2021 ລັດຖະບານ ແລະ ທະນາຄານກາງຂອງຫຼາຍປະເທດໄດ້ອອກມາດຕະການກະຕຸ້ນເສດຖະກິດ ບວກກັບການມີວັກຊີນປ້ອງກັນໂຄວິດ-19 ເຮັດໃຫ້ເສດຖະກິດຄ່ອຍໆຟື້ນຕົວກັບມາ.

ແນວໃດກໍຕາມໃນປີ 2022 ນີ້ ລັດຖະບານຫຼາຍປະເທດ ໂດຍສະເພາະປະເທດກຳລັງພັດທະນາ ກຳລັງຂາດເມັດເງິນເພື່ອອັດສີດເຂົ້າສູ່ລະບົບເສດຖະກິດ ບວກກັບອັດຕາເງິນເຟີ້ເພີ່ມຂຶ້ນ ກະທົບຕໍ່ພາກຄົວເຮືອນ ສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ ເຊິ່ງເປັນເລື່ອງທີ່ກັງວົນ ເພາະບັນຫາເຫຼົ່ານີ້ອາດນຳໄປສູ່ ຄວາມບໍ່ພໍໃຈຂອງຄົນໃນສັງຄົມຂອງປະເທດກຳລັງພັດທະນາກໍເປັນໄດ້.