ພາສ່ອງຜົນງານການສະແດງໃນເອັມວີເພງ “ຝືນ” ຂອງ ດາວມີໄຊ ພະຈັນສິດທິ Miss Grand Laos 2021

205

“ທົນຝືນຢູ່ ທັງທີ່ຮູ້ວ່າເຈົ້າມີເຂົາ”ໜຶ່ງທ່ອນຈາກບົດເພງໃໝ່ຂອງໜຸ່ມຕ່າຍ ອາກາດ ໜຶ່ງໃນນັກຮ້ອງທີ່ມີຊື່ສຽງໂດ່ງດັງຂອງປະເທດລາວອີກໜຶ່ງຄົນ ແລະ ລ່າສຸດ ໃນບົດເພງ “ຝືນ” ໄດ້ນາງງາມຊື່ດັງຂອງລາວມາຮ່ວມສະແດງເອັມວີເພງນໍາ ກໍຄືນ້ອງ ດາວມີໄຊ ພະຈັນ ສິດທິ Miss Grand Laos 2021 ນັ້ນເອງ ແລະ ທີ່ສໍາຄັນຫາກໍໄປຮ່ວມປະກວດ Miss Grand International ທີ່ປະເທດໄທມາໝາດໆເລີຍ ພ້ອມທັງໄດ້ສ້າງຕໍານານເປັນທີ່ຈົດຈໍາຂອງປະເທດລາວເລີຍກໍວ່າໄດ້ ເຊິ່ງຜົນງານລ່າສຸດໃນການມາຮ່ວມສະແດງເອັມວີເພງ ດາວມີໄຊ ກໍໄດ້ຖ່າຍທອດອາລົມຂອງຕົວລະຄອນເພງ ຜ່ານເອັມວີໄດ້ຢ່າງສົມຈິງ ແລະ ແຟນໆອິນໄປຕາມອາລົມຄວາມຮູ້ສຶກນັ້ນເລີຍ.

ສໍາລັບຕົວລະດາວມີໄຊໄດ້ຮັບໃນເອັມວີເພງນີ້ແມ່ນເປັນຜູ້ຍິງຄົນໜຶ່ງທີ່ມີແຟນຢູ່ແລ້ວ ແຕ່ຍັງໄປປັນໃຈໃຫ້ຜູ້ຊາຍຄົນອື່ນ ເຮັດໃຫ້ພະເອກໃນເລື່ອງທີ່ຮັກຫຼາຍຕ້ອງຝືນທົນຢູ່ ທັງທີ່ຮູ້ຢູ່ແກ່ໃຈແລ້ວວ່າ ຜູ້ຍິງທີ່ຕົນເອງຮັກໝົດໃຈໄປແລ້ວ.

ໃນເອັມວີເພງ “ຝືນ”ນີ້ແມ່ນໄດ້ດຶງຕົວນັກສະແດງ ສອງຕົວເດັ່ນດ້ວຍກັນມາຮ່ວມງານກັນ ນັ້ນກໍຄື ດາວມີໄຊ ພະຈັນສິດທິ ນາງງາມຜູ້ສ້າງຕໍານານທີ່ດີໜ້າຈົດຈໍາ ແລະ ໄດ້ພະເອກສຸດຫຼໍ່ ເປເລ້ ສົມພົງ ພັນທະວົງ ນາຍແບບຄວ້າຕໍາແໜ່ງ Face Of Laos2021ມາໃໝ່ໆໝາດໆຄູ່ກັນໃນເອັມວີເພງນີ້.

ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນຄົນແຂວງສະຫວັນນະເຂດ.

ຜ່ານມາເຄີຍປະກວດຢູ່ 2 ເວທີ ເວທີທໍາອິດແມ່ນເວທີ Miss Laos ແລະ ເວທີທີ່2ແມ່ນ Miss World Laos ນັ້ນເອງ ເຊິ່ງທັງສອງເວທີກໍແມ່ນໄດ້ເຂົ້າຮອບເລິກໆທັງນັ້ນເລີຍ ຈົນໃນທີ່ສຸດຜູ້ໃຫຍ່ເຫັນໄດ້ໃນສັກກະຍະພາບ ຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ Miss Grand Laos 2021 ໃນປັດຈຸບັນ.

ຈຸດເດັ່ນຂອງສາວຄົນນີ້ຄືເປັນຄົນທີ່ມີຄວາມພະຍາຍາມ, ມີຄວາມອົດທົນ ແລະ  ເປັນຄົນທີ່ພ້ອມຈະຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ແລະ ເປັນຜູ້ຍິງທີ່ມີຄວາມເຂັ້ມແຂງ, ປັນສາວຫ້າວໆຂີ້ດື້ປົນໜ້າຮັກ ບໍ່ແປກໃຈເລີຍທີ່ແຟນໆເທໃຈ ແລະ ຕິດຕາມຜົນງານນ້ອງມາໂດຍຕະຫຼອດ.

ສໍາລັບໃຜທີ່ຍັງບໍ່ໄດ້ຟັງ ແລະ ຊົມເອັມວີເພງໃໝ່ “ຝືນ” ຂອງໜຸ່ມຕ່າຍ ອາກາດ ແລະ ຜົນງານການສະແດງຂອງ ດາວ Miss Grand Laos ຂອງເຮົາ ສາມາດໄປຕິດຕາມຊົມໄດ້ເລີຍທີ່ ຊ່ອງຢູ່ທູບຂອງ TAIY AKARD ແລະ ສາມາດຕິດຕາມຜົນງານຂອງສາວງາມຄົນນີ້ໄດ້ຜ່ານຊ່ອງທາງເຟສບຸກສ່ວນຕົວ Daomixay Pcst.

[ ຮູບ: Daomixay Pcst,TAIY AKARD ]