ອຸດົມໄຊຈະເລັ່ງແກ້ໄຂ ແລະຊົດເຊີຍສ່ວນທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ

145

ທາງລົດໄຟລາວ-ຈີນໄດ້ກໍ່ສ້າງສຳເລັດ ແລະເປີດນຳໃຊ້ໄປແລ້ວ ແຕ່ການຊົດເຊີຍຕໍ່ຜູ້ໄດ້ຮັບຜົນກະທົບຍັງບໍ່ທັນໝົດ ຂະນະດຽວກັນກໍ່ມີບາງຢ່າງທີ່ກະທົບຕໍ່ການທຳມາຫາກິນຂອງປະຊາຊົນຕ້ອງໄດ້ຮັບການແກ້ໄຂ ເຊິ່ງທັງໝົດນັ້ນຈະເລັ່ງບໍລິຫານຈັດການໃຫ້ສຳເລັດໂດຍໄວ.

ທ່ານ ຄຳສຸກ ສະຣິດທິລາດ ຮັກສາການຫົວໜ້າພະແນກ ຍທຂ ແຂວງອຸດົມໄຊ ໃຫ້ຮູ້ວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ເວົ້າລວມ ເວົ້າສະເພາະ ຊ່ວງຜ່ານແຂວງອຸດົມໄຊ ເຖິງວ່າການກໍ່ສ້າງໂຄງລ່າງພື້ນຖານຂອງໂຄງການ ແລະ ໄດ້ເປີດບໍລິການຂົນສົ່ງທາງລົດໄຟແລ້ວກໍຕາມ ແຕ່ວຽກງານແກ້ໄຂຜົນກະທົບ ຕໍ່ພໍ່ແມ່ປະຊາຊົນ ແລະ ບັນດາຊັບສິນຂອງລັດຕ່າງໆ ແມ່ນຈະໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດ.

ຊຶ່ງກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການກວດກາແຫ່ງລັດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ມີການປັບປຸງແຕ່ງຕັ້ງຄະນະສະເພາະກິດຂັ້ນສູນກາງ ໃນແຕ່ລະຄະນະ ລົງເຄື່ອນໄຫວ ກວດກາ ແລະ ແກ້ໄຂ ບັນດາຈຸດຕັດກັນ ລະຫວ່າງ ທາງລົດໄຟຕິດກັບທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ, ທາງໄປທໍາການຜະລິດ, ນໍ້າລິນ, ຊົນລະປະທານ ແລະ ອື່ນໆ ໃຫ້ສໍາເລັດໂດຍໄວ.

ໂດຍບັນດາຜົນກະທົບທີ່ ຈະສືບຕໍ່ແກ້ໄຂໃນຕໍ່ໜ້າປະກອບມີ ທາງຫຼວາງແຫ່ງຊາດ, ທາງຫລວງຂອງແຂວງ, ທາງເຂົ້າໂຮງຮຽນ ບ້ານນາຕອງ, ເມືອງນາໝໍ້ ແລະ ທາງເຂົ້າເຂດທໍາການຜະລິດ ຈຳນວນ: 16 ເສັ້ນ ລວມລວງຍາວທັງໝົດ 52,15 ກິໂລແມັດ, ຍັງບໍ່ທັນໄດ້ຮັບການສ້ອມແປງຄືນສູ່ສະພາບປົກກະຕິ, ສືບຕໍ່ສຶກສາອົບຮົມປະຊາຊົນທີ່ຖືກຜົນກະທົບ ຈຳນວນ 13 ຄອບຄົວ ທີ່ບໍ່ເຊັນເອກະສານຢັ້ງຍືນຜົນກະທົບ 7 ຝ່າຍ, ຄະນະໄກ່ເກ່ຍຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດ

ສືບຕໍ່ແກ້ໄຂການຊົດເຊີຍຜົນກະທົບຂອງປະຊາຊົນ ທີ່ຍັງຄ້າງການຊົດເຊີຍ ໃນ 3 ເມືອງ 38 ບ້ານ 581 ຄອບຄົວ ມີມູນຄ່າປະມານ: 69,6 ຕື້ກີບ, ສືບຕໍ່ແກ້ໄຂ ລະບົບນໍ້າລິນ ເມືອງນາໝໍ້ໃຕ້ 1 ຈຸດ ແລະ ເມືອງໄຊ 2 ຈຸດ ໃຫ້ສຳເລັດ, ສືບຕໍ່ແກ້ໄຂສະພາບແວດລ້ອມ ເຊັ່ນ: ຈຸດຕັ້ງແຄ້ມມີເສດວັດສະດຸສະຊາຍ, ພູເຈາະອຸໂມງເຮັດໃຫ້ແຫຼ່ງນ້ຳທຳມະຊາດຫ້ວຍນ້ຳບົກແຫ້ງ ບໍ່ມີນ້ຳສະໜອງໃຫ້ປະຊາຊົນທຳການຜະລິດ (ເຮັດນາ) ຕາມລະດູການ ລວມມີ: 8 ຈຸດ (ຢູ່ເມືອງງາ 3 ຈຸດ, ຢູ່ເມືອງໄຊ 3 ຈຸດ ແລະ ເມືອງນາໝໍ້ 2 ຈຸດ).