ການຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໄຟລາວ-ຈີນ ຢູ່ອຸດົມໄຊສຳເລັດ 72%

119

ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ເສັ້ນທາງລົດໄຟແລ່ນຜ່ານຫຼາຍທີ່ສຸດ, ຈາກຊາຍແດນບໍ່ເຕັນ ສປ ຈີນ ຫາ ນະຄອນຫຼວງວຽງຈັນ ສປປ ລາວ, ເຊິ່ງການກໍ່ສ້າງແມ່ນສຳເລັດແລ້ວ ໄດ້ເປີດບໍລິການໂດຍສານ ແລະ ຂົນສົ່ງສິນຄ້າ ໃນວັນທີ 3 ທັນວາ 2021 ຜ່ານມາ. ແຕ່ແນ່ນອນຢູ່ແລ້ວ ການສ້າງໂຄງການຂະໜາດໃຫຍ່ແບບນີ້ແມ່ນຖືກພື້ນທີ່ທຳກິນຂອງປະຊາຊົນ ແລະຕ້ອງຊົດເຊີຍເປັນເງິນໃຫ້ພວກເຂົາ.

ທ່ານ ຄຳສຸກ ສະຣິດທິລາດ ຮັກສາການຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ສຳລັບການແກ້ໄຂຜົນກະທົບທີ່ເກີດຂຶ້ນຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ມີຕໍ່ການດໍາລົງຊີວິດ, ການຜະລິດຂອງພໍ່ແມ່ປະຊາຊົນ, ຊັບສິນຂອງລັດ ທັງທາງກົງ-ທາງອ້ອມ, ແບບຖາວອນ-ຊົ່ວຄາວຕ່າງໆ ໃນໄລຍະຜ່ານມາ ລັດຖະບານໄດ້ຖືເປັນບັນຫາທີ່ສຳຄັນ ແລະ ສະໜອງງົບປະມານໃນການແກ້ໄຂ.

ໂດຍສະເພາະ ຊ່ວງຜ່ານແຂວງອຸດົມໄຊ ຄະນະຮັບຜິດຊອບຊີ້ນຳໂຄງການຂັ້ນແຂວງ, ຄະນະຮັບຜິດຊອບແກ້ໄຂຜົນກະທົບຂັ້ນແຂວງ, ເມືອງ (ເມືອງໄຊ, ເມືອງງາ ແລະ ເມືອງນາໝໍ້), ບົນພື້ນຖານການປະຕິບັດຢ່າງເຂັ້ມງວດ ທາງດ້ານຫລັກການ ແລະ ລະບຽບການ ກໍຄື ການປະຕິບັດຕາມລາຄາຫົວໜ່ວຍຊົດເຊີຍ ທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງເອົາແລ້ວ ແລະ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 271/ຈຂ.ອຊ ວ່າດ້ວຍການກຳນົດຫົວໜ່ວຍລາຄາທົດແທນຄ່າເສຍຫາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

ຜ່ານການຈັດຕັ້ງປະຕິບັດຕົວຈິງ ຜ່ານມາ ໄດ້ຈ່າຍຊົດເຊີຍໃຫ້ປະຊາຊົນແລ້ວ ຈໍານວນ 8 ຄັ້ງ. ໃນ 3 ເມືອງ, 38 ບ້ານ, 1.164 ຄອບຄົວ, ລວມເປັນເງິນ 183 ຕື້ 430 ກວ່າລ້ານກີບ (ເທົ່າກັບ 72,4% ຂອງມູນຄ່າຊົດເຊີຍທັງໝົດ 253,053 ຕື້ກີບ) ການປະຕິບັດການເບີກຈ່າຍເຫັນວ່າ: ມີຄວາມສະຫງົບ ແລະ ປະຊາຊົນສ່ວນໃຫຍ່ ແມ່ນມີຄວາມເພິ່ງພໍໃຈ ແຕ່ກໍມີປະຊາຊົນຈຳນວນໜຶ່ງຍັງບໍ່ໃຫ້ຄວາມຮ່ວມມື, ບໍ່ພໍໃຈ ແຕ່ຄະນະຮັບຊອບກໍ່ໄດ້ເອົາໃຈໃສ່ແກ້ໄຂຈົນສໍາເລັດ.

ການແກ້ໄຂຜົນກະທົບດ້ານທີ່ພັກອາໄສ ກໍ່ໄດ້ສຳເລັດການກໍ່ສ້າງບ້ານຈັດສັນ ຢູ່ 2 ບ້ານ ຄື: ບ້ານນາໝໍ້ໃຕ້, ເມືອງນາໝໍ້ ຈຳນວນ 60 ຫຼັງຄາເຮືອນ ນຳໃຊ້ດິນ 12,40 ເຮັກຕາ ແລະ ບ້ານນາຄົກ, ເມືອງງາ ຈໍານວນ 23 ຫຼັງຄາເຮືອນ ນໍາໃຊ້ດິນ 8,70 ເຮັກຕາ, ມາຮອດປະຈຸບັນ ມອບໃຫ້ປະຊາຊົນຜູ້ເປັນເຈົ້າຂອງເຮືອນແຕ່ລະຫຼັງ ຄຸ້ມຄອງ, ນຳໃຊ້ ເປັນທີ່ຮຽຮ້ອຍ.

.

ນອກຈາກນີ້, ການແກ້ໄຂຜົນກະທົບດ້ານການສຶກສາ ໄດ້ສຳເລັດການກໍ່ສ້າງໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ບ້ານຫ້ວຍຂຸມ ສຳເລັດ ໄດ້ແກ້ໄຂຜົນກະທົບຈາກການກໍ່ສ້າງທາງເບຕົງເຂົ້າສະຖານີໂດຍສານ ຈຳນວນ 12 ຄອບຄົວ ມູນຄ່າ 818,7 ລ້ານກີບ (ໂດຍການຢືມຈ່າຍລ່ວງຫນ້າ), ສຳເລັດການແກ້ໄຂຜົນກະທົບຕໍ່ລະບົບນ້ຳລິນຂອງປະຊາຊົນ ຢູ່ເມືອງງາ ຈຳນວນ 2 ຈຸດ.