ເຜີຍກຸ່ມນັກທ່ອງທ່ຽວທຳອິດທີ່ເຂົ້າລາວຄືນັກຮຽນ ແລະ ຄູຈາກ ເກົາຫຼີ

172

ກໍ່ເປັນທີ່ຮູ້ກັນດີວ່າລາວໄດ້ປະກາດເປີດປະຕູຕ້ອນຮັບນັກທ່ອງທ່ຽວສີຂຽວຈາກ 31 ປະເທດ ສາມາດເຂົ້າມາປະເທດເຮົາໄດ້ ນັບແຕ່ວັນທີ 1 ມັງກອນນີ້ເປັນໄລຍະທຳອິດ ເຊິ່ງປະຊາຊົນລາວເອງກໍ່ຈັບຈ້ອງຢູ່ຈະເປັນໃຜມາຈາກໃສ, ຫຼ້າສຸດມີຂ່າວວ່າ ກຸ່ມແຂກທີ່ອິດທີ່ເຂົ້າມາຄືເປັນນັກຮຽນ ແລະຄູອາຈານຂອງພວກເຂົາ.

ອີງຕາມແຫຼ່ງຂ່າວຈາກໜັງສືພິມ ວຽງຈັນທາມ ລາຍງານວ່າ ນັກຮຽນ 17 ຄົນ ແລະ ຄູສອນ 6 ຄົນ ຈາກໂຮງຮຽນ ມັດທະຍົມ Ipo ໃນນະຄອນເຊອຸນ(ໂຊລ) ປະເທດ ສ.ເກົາຫຼີ ກາຍເປັນກຸ່ມທຳອິດທີ່ເດີນທາງມາຮອດ ສະໜາມບິນສາກົນວັດໄຕ ໃນວັນຈັນ 10 ມັງກອນ 2022 . ກຸ່ມດັ່ງກ່າວຈະໄດ້ດໍາເນີນກິດຈະການແລກປ່ຽນວັດທະນະທໍາ ແລະ ຫຼີ້ນກິລາຕີກ໊ອຟກັບນັກຮຽນ ແລະ ພະນັກງານຈາກໂຮງຮຽນມັດທະຍົມສົມບູນຜາສີຄຳ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ການຈັດການເດີນທາງຂອງໂຮງຮຽນແມ່ນຈັດໂດຍ Family Tour Co Ltd. ທ່ານນາງ Sin Su Lee ຜູ້ຕາງໜ້າຂອງໂຮງຮຽນ Ipo ກ່າວໃນການໃຫ້ສຳພາດຕໍ່ຊ່ອງ VTE 9 ວ່າ: ການຢ້ຽມຢາມຂອງພວກເຮົາແມ່ນເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການຝຶກຊ້ອມຕີກ໊ອຟແຕ່ວັນທີ 10 ມັງກອນຫາວັນທີ 20 ກຸມພາ ແລະ ຈະພັກທີ່ ທີ່ໂຮງແຮມ ບຸນຍັງລາວ ເຊິ່ງຕັ້ງຢູ່ໃກ້ກັບສະໂມສອນກ໊ອຟຊີເກມ ເມືອງໄຊທານີ.

ພວກເຮົາສາມາດໄປທ່ຽວຢູ່ລາວໄດ້ເປັນສ່ວນໜຶ່ງຂອງໂຄງການແຜນການທ່ອງທ່ຽວສີຂຽວຈັດຕັ້ງໂດຍລັດຖະບານລາວ. ນັກຮຽນ ແລະ ຄູສອນຈາກພະແນກກ໊ອຟຂອງໂຮງຮຽນມັດທະຍົມສຶກສາ ໄອໂປ ຈະໄດ້ໄປທ່ຽວວັງວຽງ ແລະ ຫຼວງພະບາງ ເປັນສ່ວນໜຶ່ງຂອງການເດີນທາງເປັນ “ເຂດສີຂຽວ” ຕາມແຜນການທ່ອງທ່ຽວ Green Zone.

ນາງ ຊິນຊູລີ ກ່າວຕື່ມວ່າ: ຈຸດປະສົງຕົ້ນຕໍຂອງການເດີນທາງແມ່ນເພື່ອໃຫ້ນັກສຶກສາຂອງພວກເຮົາໄດ້ຝຶກກິລາກ໊ອຟ, ເຖິງຢ່າງໃດກໍຕາມ, ຄະນະຂອງພວກຂ້າພະເຈົ້າຍັງຕື່ນເຕັ້ນກັບການໄປທ່ຽວຊົມສະຖານທີ່ທຳມະຊາດທີ່ສວຍງາມ, ພ້ອມທັງຮຽນຮູ້ປະຫວັດສາດ ແລະ ວັດທະນະທຳຂອງລາວໄປນຳ.