ຄູຕິນໂຢ ເປີດຕົວກັບ ວິລລາ ຮຽບຮ້ອຍ ພ້ອມລົງສະໜາມຮັບມື ແມນຢູ ທ້າຍອາທິດນີ້

132

ຟິລິບເປ ຄູຕິນໂຢ ກອງກາງຄົນໃໝ່ຂອງ ແອັສຕັນ ວິລລາ ສະໂມສອນໃນພຣີເມຍລີກ ອັງກິດ ຜ່ານການກວດຮ່າງກາຍເປັນທີ່ຮຽບຮ້ອຍ ເມື່ອວັນຈັນທີ 10 ມັງກອນ 2022 ແລະ ຫຼ້າສຸດວັນທີ 11 ມັງກອນ 2022 ໄດ້ເປີດຕົວຢ່າງເປັນທາງການ ພ້ອມກັບໃສ່ເສື້ອເບີ 23

ຄູຕິນໂຢ ຍ້າຍຈາກ ບາເຊໂລນາ ສະໂມສອນໃນລາລີກາ ແອັດສະປາຍ ແບບສັນຍາຢືມຕົວຈົນຈົບລະດູການນີ້ ເຊິ່ງພ້ອມເປັນຕົວເລືອກຂອງ ສະຕີເວນ ເຈີຣາດ ຜູ້ຈັດການທີມຂອງ ແອັສຕິນ ວິລລາ ໃນທ້າຍອາທິດນີ້ ທີ່ຈະລົງແຂ່ງຂັນພົບກັບ ແມນເຊັສເຕີ ຢູໄນເຕັດ ໃນການແຂ່ງຂັນພຣີເມຍລີກ ອັງກິດ ໃນວັນເສົາທີ 15 ມັງກອນ 2022.

ສໍາລັບ ແອັສຕັນ ວິລລີ ມີເງື່ອນໄຂໃນການຊື້ ຄູຕິນໂຢ ແບບຖາວອນ ໃນລາຄາ 33 ລ້ານປອນຈາກ ບາເຊໂລນາ, ເຊິ່ງ ຄູຕິນໂຢ ກັບ ເຈີຣາດ ຜູ້ຈັດການທີມ ເຄີຍຮ່ວມກັບກັນມາສະໄໝທີ່ເຄີຍຫຼິ້ນນໍາກັນກັບ ສະໂມສອນ ລິເວີພູລ ລະຫວ່າງປີ 2013-2018 ເຊິ່ງເປັນປີທອງຂອງ ຄູຕິນໂຢ ທີ່ສ້າງຜົນງານຢ່າງໂດດເດັ່ນຂອງ ລິເວີພູລ ກ່ອນຖືກ ບາເຊໂລນາ ດຶ່ງຕົວໄປຮ່ວມທີມ.