ນັກວິເຄາະເຕືອນ ເສດຖະກິດອາຊີປີນີ້ ອາດປະເຊີນກັບ 3 ຄວາມສ່ຽງຫຼັກ

115

ນັກວິເຄາະຄາດການວ່າ ເສດຖະກິດຂອງອາຊີປີ 2022 ຈະປະເຊີນກັບ 3 ຄວາມສ່ຽງຫຼັກໄດ້ແກ່ “ການລະບາດຂອງໂອມີຄຣອນ-ເສດຖະກິດຈີນຂະຫຍາຍຕົວຊ້າລົງ ແລະ ເຟດຂຶ້ນດອກເບ້ຍ” ຜົນພວງທີ່ຈະຕາມມາກໍຄືກະແສເງິນທຶນໄຫຼອອກຈາກອາຊີຫຼາຍຂຶ້ນ ແລະ ຈະນຳໄປສູ່ບັນຫາເງິນຝືດໄດ້ໃນທີ່ສຸດ.

ທ່ານ ຄາລອສ ຄາຊາໂນວາ ນັກເສດຖະສາດອາວຸໂສຈາກທະນາຄານ UBP ຂອງສະວິດ ໃຫ້ສຳພາດຜ່ານລາຍການ “Squawk Box Asia” ຂອງສະຖານີໂທລະພາບ CNBC ວ່າ: ປະເທດຕ່າງໆໃນທະວີບອາຊີຕ້ອງປະເຊີນກັບຄວາມສ່ຽງຫຼັກ 3 ປະການໃນປີ 2022 ເຊິ່ງພວກເຮົາຈະໄດ້ເຫັນຍອດຜູ້ຕິດເຊື້ອໂອມີຄຣອນເພີ່ມສູງຂຶ້ນ, ເສດຖະກິດຈີນຈະຂະຫຍາຍຕົວຊ້າລົງຢູ່ໃນລະດັບ 5% ແລະ ຫຼ້າສຸດທະນາຄານກາງສະຫະລັດອາເມຣິກາ (ເຟດ) ໄດ້ສົ່ງສັນຍານປັບຂຶ້ນອັດຕາດອກເບ້ຍໄວກວ່າກຳນົດ ເຖິງແມ່ນວ່າຕະຫຼາດເກີດໃໝ່ຂອງພາກພື້ນອາຊີຈະມີທ່າອ່ຽງດີຂຶ້ນ ແຕ່ກໍຈະໄດ້ຮັບຜົນກະທົບຈາກປັດໄຈດັ່ງກ່າວຢ່າງຮຸນແຮງ ຫາກເຟດ ອອກມາດຕະການຄຸມເຂັ້ມດ້ານການເງິນ.

ກ່ອນໜ້ານີ້ ຄະນະກຳມະການບໍລິຫານເຟດ ໄດ້ເປີດກອງປະຊຸມປະຈຳເດືອນທັນວາ 2021 ພ້ອມທັງຄາດການວ່າ ຕະຫຼາດແຮງງານໃນສະຫະລັດຕົກຢູ່ໃນສະພາວະອີ່ມຕົວ ເຊິ່ງບໍ່ພຽງແຕ່ຈະເຮັດໃຫ້ເຟດປັບຂຶ້ນອັດຕາດອກເບ້ຍໄວກວ່່າທີ່ຄາດການໄວ້ເທົ່ານັ້ນ ແຕ່ຍັງຈະປັບຫຼຸດການຖືຄອງສິນຊັບທັງໝົດລົງອີກ ໂດຍມີເປົ້າໝາຍເພື່ອສະກັດກັ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຊິ່ງຄະນະກຳມະການບໍລິຫານເຟດ ສ່ວນໃຫຍ່ມີຄຳເຫັນກົງກັນວ່າ ເມື່ອພິຈາລະນາທ່າອ່ຽງດ້ານເສດຖະກິດ, ພາວະຂອງຕະຫຼາດແຮງງານ ແລະ ອັດຕາເງິນເຟີ້ ຖືວ່າ ເປັນເລື່ອງທີ່ເໝາະສົມທີ່ເຟດ ຈະປັບຂຶ້ນອັດຕາດອກເບ້ຍໄລຍະສັ້ນ (Federal Funds Rate) ໄວຂຶ້ນກວ່າທີ່ຄາດການໄວ້ກ່ອນໜ້ານີ້, ຂະນະທີ່ຄະນະກຳມະການເຟດບາງສ່ວນຄິດວ່າ ເປັນເລື່ອງທີ່ເໝາະສົມທີ່ຈະເລີ່ມປັບຫຼຸດຂະໜາດງົບດຸນບັນຊີ (Balance Sheet) ຂອງເຟດລົງທັນທີ ຫຼັງຈາກທີ່ເລີ່ມປັບຂຶ້ນອັດຕາດອກເບ້ຍ, ຖ້າຫາກວ່າເຟດຕັດສິນໃຈດຳເນີນການຕາມທີ່ກ່າວມານັ້ນ ອາດຈະເຮັດໃຫ້ຫຼາຍປະເທດໃນອາຊີ ໂດຍສະເພາະກຸ່ມຕະຫຼາດເກີດໃໝ່ຕ້ອງປະເຊີນກັບບັນຫາກະແສເງິນທຶນໄຫຼອອກຈາກປະເທດ ແລະ ຈະເຮັດໃຫ້ສະກຸນເງິນອ່ອນຄ່າລົງຢ່າງຮຸນແຮງ ເຊິ່ງຈະບີບບັງຄັບໃຫ້ທະນາຄານກາງຂອງບັນດາປະເທດເຫຼົ່ານີ້ ຈຳເປັນຕ້ອງປັບຂຶ້ນດອກເບ້ຍເພື່ອປົກປ້ອງບັນຊີທຶນຂອງຕົນເອງ, ສະຖານະການເຊັ່ນນີ້ ອາດຍິ່ງເຮັດໃຫ້ກະແສເງິນທຶນໄຫຼອອກຈາກອາຊີຫຼາຍຂຶ້ນ ແລະ ຈະນຳໄປສູ່ພາວະເງິນຝືດໄດ້ ນັກເສດຖະສາດອາວຸໂສຈາກທະນາຄານ UBP ກ່າວ.