ທຳລາຍສະຖິຕິ! ສະຫະລັດ ຕິດເຊື້ອວັນດຽວ 1,13 ລ້ານກວ່າຄົນ

146

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການສະຫະລັດອາເມຣິກາລາຍງານວ່າ ໃນວັນທີ 10 ມັງກອນ 2022 (ຕາມເວລາທ້ອງຖິ່ນ) ມີຜູ້ຕິດເຊື້ອໂຄວິດໃໝ່ 1,13 ລ້ານຄົນ ພາຍໃນວັນດຽວ ເຊິ່ງເປັນຈຳນວນຜູ້ຕິດເຊື້ອລາຍວັນຢູ່ໃນປະເທດດຽວສູງທີ່ສຸດ, ສະຖິຕິສູງສຸດກ່ອນໜ້ານີ້ຄື ວັນທີ 3 ມັງກອນຜ່ານມາ ໂດຍມີຜູ້ຕິດເຊື້ອໃໝ່ 1,03 ລ້ານຄົນ ທ່າມກາງການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນທີ່ຍັງບໍ່ທັນມີທ່າທີວ່າ ຈະຜ່ອນຄາຍລົງ. ໃນຂະນະດຽວກັນຈຳນວນຜູ້ທີ່ເຂົ້າປິ່ນປົວຢູ່ໃນໂຮງໝໍກໍເປັນສະຖິຕິໃໝ່.

ລາຍງານລະບຸວ່າ: ເນື່ອງຈາກລັດຕ່າງໆໃນສະຫະລັດບໍ່ໄດ້ລາຍງານຈຳນວນຜູ້ຕິດເຊື້ອໃໝ່ໃນວັນຈັນທັງໝົດ ດັ່ງນັ້ນ ຈຶ່ງມີຄວາມເປັນໄປໄດ້ສູງທີ່ຍອດຜູ້ຕິດເຊື້ອຕົວຈິງຈະສູງ ກວ່າຕົວເລກ 1,13 ລ້ານຄົນ.

ຂະນະທີ່ຜູ້ຕິດເຊື້ອໃໝ່ໃນສະຫະລັດໃນ 7 ວັນຜ່ານມາ ສະເລ່ຍປະມານ 7 ແສນຄົນຕໍ່ວັນ ເຊິ່ງເພີ່ມຂຶ້ນ 3 ເທົ່າໃນ 2 ອາທິດຜ່ານມາ. ຕົວເລກຜູ້ຕິດເຊື້ອລາຍວັນທີ່ເພີ່ມຂຶ້ນເປັນສະຖິຕິໃໝ່ຄັ້ງນີ້, ຍັງເຮັດໃຫ້ຕົວເລກຜູ້ທີ່ເຂົ້າປິ່ນປົວຢູ່ໂຮງໝໍກໍເພີ່ມຂຶ້ນສູງສຸດເປັນສະຖິຕິໃໝ່ຢູ່ທີ່ 135.500 ຄົນ ເຊິ່ງສູງກວ່າສະຖິຕິຄັ້ງກ່ອນເມື່ອເດືອນມັງກອນ 2021 ທີ່ມີຜູ້ເຂົ້າປິ່ນປົວຢູ່ໂຮງໝໍ 132.051 ຄົນ ຫຼື ເພີ່ມຂຶ້ນ 3 ເທົ່າໃນເວລາພຽງ 3 ອາທິດ.