ຊຽງຮ່ອນ ສົ່ງເສີມໃຫ້ນັກລົງທຶນຮ່ວມພັດທະນາທ້ອງຖິ່ນຕອນນີ້ດຳເນີນໄປແລ້ວ 3 ບໍລິສັດ

187

ການເຮັດກະສິກຳເພື່ອເປັນການຄ້ຳປະກັນສະບຽງອາຫານ ແລະ ຕະຫຼາດຕ້ອງການຕະຫຼອດ ແຕ່ຖ້າມີການລົງທຶນຈາກນັກທຸລະກິດທີ່ມີກຳລັງເງິນຫລາຍຈະຍິ່ງເປັນການດີ ເພື່ອເປັນການສ້າງວຽກເຮັດງານທຳ ເປັນຕະຫຼາດ ແລະຊ່ວຍສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນແລະ ອຶ່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນພື້ນທີ່ໃຫ້ດີຂຶ້ນເປັນກ້າວໆ.

ໃນວັນທີ 8 ມັງກອນ 2022ນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍໃຫ້ກຽດການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ພ້ອມດ້ວຍການນໍາຂອງເມືອງໃຫ້ການຕ້ອນຮັບ.

ໃນການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ເບີ້ຍ ເກດສີທອງ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດ ການປູກພືດລະດູແລ້ງຢູ່ເມືອງຊຽງຮ່ອນ ມາຮອດປະຈຸບັນການປູກພືດລະດູແລ້ວສຳເລັດ ແລ້ວ 80% ເຫັນວ່າການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນມີຂະບວນການຢ່າງກວ້າງຂວາງ ເປັນຕົ້ນແມ່ນການເຂົ້ານາແຊງໃນເນື້ອທີ່ 255 ຮຕ.

ອີງຕາມແຜນການຂອງເມືອງຄາດວ່າ ລະດູແລ້ງປີນີ້ຈະປູກເຂົ້ານາແຊງເປັນສິນຄ້າໃນເນື້ອທີ່ 155 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 100 ຮັກຕາ , ການປູກພືດຜັກບໍລິໂພກພາຍໃນ ເປັນຕົ້ນພືດຕະກຸນຖົ່ວທົ່ວເມືອງໃນເນື້ອທີ່ 520 ເຮັກຕາ, ສາລີຫວານ 50 ເຮັກຕາ ແລະ ພືດຜັດຕ່າງໆໃນເນື້ອທີ່ 470 ເຮັກຕາ ຕໍ່ກັບການຊຸກຍູ້ສົ່ງເສີມການປູກພືດຂອງຊາວກະສິກອນພາຍໃນເມືອງແລ້ວ

ທາງອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກໜາກໂມຈຳນວນ 3 ບໍລິສັດຄື: ບໍລິສັດນໍ້າເຜິ້ງ ຈຳນວນ 200 ເຮັກຕາ ,ບໍລິສັດຊຽງໜົງຈຳນວນ 200 ເຮັກຕາ ແລະ ບໍລິສັດມະນີວົງ 30 ເຮັກຕາ, ມາຮອດປະຈຸບັນຈັດຕັ້ງປະຕິບັດໄດ້ 70 %, ການສົ່ງເສີມການປູກໜາກເຜັດຂອງສະຫະກອນຫົງສາ ໃນເນື້ອທີ່ 5 ເຮັກຕາ ແລະ ການປູກໝາກຖົ່ວເຫຼືອງ ຂອງບໍລິສັດ ກະສິກຳ ແລະ ລ້ຽງສັດກາງຊຽງ ໃນເນື້ອທີ່ 250 ເຮັກຕາ