ອາຫານເຊົ້າ 6 ເມນູ ກິນເປັນປະຈຳ ຊ່ວຍໃຫ້ຄວາມຈື່ຈຳດີ ຫນ້າທ້ອງບໍ່ມີ

326

ອາຫານເຊົ້າເປັນຄາບທີ່ສຳຄັນອີກຄາບຫນຶ່ງ ທີ່ເຮົາບໍ່ຄວນເມີນຂ້າມ ຖ້າບໍ່ມີເວລາກໍຄວນທີ່ຈະຫາມາກິນໃຫ້ໄດ້ ບໍ່ຢາກໃຫ້ອົດອາຫານເຊົ້າ ບໍ່ວ່າຈະເປັນອາຫານງ່າຍໆກໍໄດ້ ບໍ່ຢາກໃຫ້ອົດ ເຮົາຄວນກິນອາຫານຕອນເຊົ້າທີ່ມີຄຸນຄ່າທາງໂພສະນາການ ແລະວັນນີ້ເຮົາມີ ອາຫານ 6 ປະເພດ ທີ່ທ່ານຄວນກິນໃນຄາບເຊົ້າມາໃຫ້ທ່ານ ກິນແລ້ວຈະບໍ່ມີຫນ້າທ້ອງ ຫນ້າທ້ອງຈະແບນງາມ.


1.ໄຂ່ ເຊື່ອວ່າຫລາຍຄົນມີຄວາມເຂົ້າໃຈວ່າ ການກິນໄຂ່ໃນທຸກວັນນັ້ນຈະເຮັດໃຫ້ມີ ຄໍເລດເຕີລໍສູງ ຈົນເຮັດໃຫ້ຫລາຍໆຄົນບໍ່ກ້າກິນ ແຕ່ໃນຄວາມເປັນຈິງນັ້ນ ໄຂ່ເປັນແຫລ່ງຮວມໂປຣຕີນ ແລະວິຕາມິນທີ່ສຳຄັນ ເປັນອາຫານທີ່ກິນເປັນຄາບເຊົ້າ ກິນໄດ້ທຸກວັນ ຢ່າງນ້ອຍວັນລະ 1ຫນ່ວຍ ຈະໃຫ້ປະໂຫຍດທີ່ດີຫລາຍ.


2. ຫນາກກ້ວຍການກິນຫມາກກ້ວຍໃນຕອນເຊົ້າເປັນສິງທີ່ດີຫລາຍ ເພາະຫມາກກ້ວຍມີຄຣາໂບໄຮເດດກິນແລ້ວ ຮູ້ສຶກອິ່ມໄດ້ດົນ ບໍ່ເຮັດໃຫ້ຫິວເຂົ້າຫລາຍ ມີໂພແທກຊຽມສູງຮ່ວມທັງປະລິມານເກືອແຮ່ ມີສ່ວນຊ່ວຍໃນການຄວບຄຸມ ລະດັບຄວາມດັນເລືອດ ກ້ວຍເປັນອາຫານເຊົ້າທີ່ເຮົາຄວນຈະກິນ.


3. ເຂົ້າຫມົມປັງ ເຂົ້າຫນົມປັງ 1 ໃນຕອນເຊົ້າໆ ກໍຖືວ່າເປັນໂຕເລືອກທີ່ດີ ຖ້າເຮົາຈະຄຶດເຖິງເລື່ອງຂອງຄຣາໂບໄຮເດດ ກໍຕ້ອງຄຶດເຖິງເຂົ້າຫມົມປັງ ແຕ່ຈະໃຫ້ປະໂຫຍດທີ່ຫລາຍຂຶ້ນ ກໍຄືເຂົ້າຫມົມປັງໂຮມວິດທີ່ເປັນການຮວມພັນຍະພືດຕ່າງໆ ຮວມໄວ້ນຳກັນ ຈະເຮັດໃຫ້ຮ່າງກາຍໄດ້ຮັບໄຟເບີ ແລະສານອາຫານທີ່ສຳຄັນໃນຕອນເຊົ້າ.


4 ນໍ້າສົ້ມ ເຊື່ອວ່າສາວໆຈະມັກຫລາຍ ສຳຫລັບການດື່ມນໍ້າສົ້ມ ເພາະວ່າເປັນເຄື່ອງດື່ມນໍ້າຜົນລະໄມ້ ທີ່ນິຍົມດື່ມກັນຫລາຍໆ ໃນຕອນເຊົ້າເຕັ້ມໄປດ້ວຍວິຕາມິນຊີ ທີ່ໃຫ້ປະໂຫຍດກັບຮ່າງກາຍ ແຕ່ຄວນດື່ມໃນປະລິມານທີ່ພໍເຫມາະສົມ ໃນນໍ້າສົມນັ້ນມີປະລິມານຄວາມຫວານ ທີ່ສູງໍ່ຄວນດື່ມຫລາຍຈົນເກີນໄປ.


5. ຊາ ກາເຟ ການດຶ່ມກາເຟໃນປະລິມານທີ່ເຫມາະສົມ ກໍຈະໃຫ້ປະໂຫຍດ ທີ່ດີກັບໂຕເຮົາ ໃນຊາກາເຟມີສານຕ້ານອານຸມູນອິດສະລະທີ່ເປັນພູມຄຸ້ມກັນຮ່າງກາຍໃຫ້ມີຄວາມແຂງແຮງ ຊ່ວຍເພີ່ມລະບົບການເຜົາຜານຂອງຮ່າງກາຍ ຈະຕ້ອງດື່ມແບບທີ່ບໍ່ໃສ່ນໍ້າຕານ.


6. ເມັດແຟຣກ ການທີ່ເຮົານັ້ນກິນຊີຣ້ຽວຫລືສະມູດຕີ້ ໃນຕອນເຊົ້າທຸກວັນຖ້າເບື່ອແລ້ວ ໃຫ້ໂຮຍເມັດແຟຣກລົງໃສ່ຫນ້າຊີຣ້ຽວ ຫລືສະມູດຕີ້ລອງເບິ່ງ ຈະຊ່ວຍເຮັດໃຫ້ອາຫານເຊົ້າກາຍເປັນອາຫານທີນອາຫານທີ່ອຸດົມໄປດ້ວຍໂອເມກ້າ 3 ທີ່ດີຕໍ່ສຸຂະພາບຮ່າງກາຍຂອງເຮົາ ທີ່ມີປະໂຫຍດຊ່ວຍຮັກສາເລື່ອງຂອງຫົວໃຈນຳ ເປັນອາຫານເຊົ້າທາງເລືອກທີ່ນຳມາຝາກຫມູ່ເພື່ອນໃຫ້ໄດ້ເລືອກ ກິນກັນໄດ້ຕາມຄວາມເຫມາະສົມ ເພື່ອໃຫ້ເຮົາໄດ້ຮັບສານອາຫານໃນຕອນເຊົ້າຢ່າງເຕັມທີ່ ໃຜທີ່ບໍ່ຄ່ອຍມີເວລາຫລາຍໃນຕອນເຊົ້າ ກໍເລີ່ມຈາກອາຫານງ່າຍໆ ຕົວຢ່າງ ຊາກາເຟ ກັບເຂົ້າຫນົມປັງກໍໄດ້.


ຂໍ້ມູນ/ພາບຈາກ: https://blog.jobthai.com/
ຮຽບຮຽງ: ເມລີ