6 ວິທີທີ່ທຸກຄົນຕ້ອງຮ່ວມກັນປະຕິບັດ ເພື່ອເຮັດໃຫ້ຕົວເລກການຕິດເຊື້ອຫຼຸດລົງໂດຍໄວ

164

ເນື່ອງຈາກໂຕເລກຜູ້ຕິດເຊື້ອໂຄວິດ ຍັງສູງຢູ່ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 120.520 ກໍລະນີ ຫຼາຍກວ່າໝູ່ກໍແມ່ນຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ ລວມທັງຜູ້ເສຍຊີວິດທີ່ມີທຸກວັນ ທ່ານ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ 19 ປະຈໍາວັນທີ 11 ມັງກອນ 2022 ວ່າ ເພື່ອເຮັດໃຫ້ຕົວເລກການຕິດເຊື້ອຫຼຸດລົງ ໂດຍໄວ, ພວກເຮົາຈະຕ້ອງປະຕິບັດ ດັ່ງນີ້


1 ພວກເຮົາໝົດທຸກຄົນ ຕ້ອງຮຽນຮູ້ຢູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ໄດ້ຢ່າງປອດໄພ
2 ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ພ້ອມໃຈກັນ ຫັນໄປສູ່ວິຖີການດຳລົງຊີວິດປົກກະຕິແບບໃໝ່ ເຊັ່ນ ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມື, ຮັກສາມາລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ, ຮັກສາໄລຍະຫ່າງ, ອະນາໄມຂ້າເຊື້ອຈຸດທີ່ສຳຜັດເລື້ອຍໆ


3 ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ
4 ໝັ່ນສັງເກດ ແລະ ຕິດຕາມສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວ, ຖ້າຮູ້ສຶກບໍ່ສະບາຍ ໄປພົບແພດເພື່ອກວດຫາເຊື້ອ ຫຼື ກວດແບບໄວ


5 ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼື ເຂົ້າຮ່ວມກິດຈະກຳ ທີ່ມີຄົນຈຳນວນຫຼາຍ, ຫຼີກລ້ຽງການສຳຜັດໃກ້ຊິດ ຜູ້ທີ່ບໍ່ສະບາຍ
6 ຢູ່ບ່ອນທີ່ມີອາກາດຖ່າຍເທ, ມີການໝູນວຽນຂອງອາກາດ

ພວກເຮົາຍັງຈະຕ້ອງດຳລົງຊີວິດຢູ່ຮ່ວມກັບພະຍາດໂຄວິດ-19 ໄປອີກດົນພໍສົມຄວນ, ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຈະເຮັດໃຫ້ປະເທດຂອງພວກເຮົາສາມາດກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ.