ມື້ນີ້ເສຍຊີວິດໃໝ່ 9 ກໍລະນີ, ກວດພົບຜູ້ຕິດເຊື້ອທັງໝົດ 999 ຄົນ

105

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ 19 ປະຈໍາວັນທີ 11 ມັງກອນ ປີ 2022 ວ່າ ມາຮອດວັນທີ 10 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.443 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 999 ຄົນ (ຕິດເຊື້ອພາຍໃນ 996 ຄົນ ແລະ ນໍາເຂົ້າ 03 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 996 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 427 ຄົນ, ສະຫວັນນະເຂດ 6 ຄົນ, ຈຳປາສັກ 11 ຄົນ, ສາລະວັນ 22 ຄົນ, ເຊກອງ 13 ຄົນ, ອັດຕະປື 11 ຄົນ, ບໍ່ແກ້ວ 22 ຄົນ, ວຽງຈັນ 73 ຄົນ, ຫຼວງພະບາງ 34 ຄົນ, ຫຼວງນ້ຳທາ 53 ຄົນ
ອຸດົມໄຊ 22 ຄົນ, ຜົ້ງສາລີ 52 ຄົນ, ໄຊຍະບູລີ 85 ຄົນ, ຊຽງຂວາງ 40 ຄົນ, ຄຳມ່ວນ 23 ຄົນ, ບໍລິຄຳໄຊ 34 ຄົນ, ໄຊສົມບູນ 40 ຄົນ ແລະ ຫົວພັນ 28 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ຈາກ ນະຄອນຫຼວງ 02 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 120,520 ກໍລະນີ, ອອກໂຮງໝໍວານນີ້ 321 ຄົນ , ກຳລັງປິ່ນປົວ 7.569 ຄົນ ແລະ ເສຍຊີວິດສະສົມທັງໝົດ 457 ຄົນ (ເສຍຊີວິດໃໝ່ 09 ຄົນ)

ສຳລັບຜູ້ເສຍຊີວິດໃໝ່ 9 ຄົນ ຈາກ ນະຄອນຫຼວງ 5 ຄົນ, ອຸດົມໄຊ 1 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.