ສານມຽນມາຕັດສິນ ຈຳຄຸກ ນາງ ອອງຊານ ຊູຈີ 4 ປີ

118

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 10 ມັງກອນ 2022 ວ່າ ສານມຽນມາໄດ້ຕັດສິນຄະດີຂອງທ່ານ ນາງ ອອງຊານ ຊູຈີ ອະດີດຜູ້ນຳມຽນມາເປັນເວລາ 4 ປີ ໃນຄວາມຜິດການລັກລອບນຳເຂົ້າ ແລະ ຄອບຄອງເຄື່ອງມືສື່ສານຜິດກົດໝາຍ ແລະ ຍັງຈະຖືກດຳເນີນຄະດີອີກຫຼາຍຂໍ້ຫາ.

ກ່ອນໜ້ານີ້ ເມື່ອວັນທີ 6 ທັນວາປີຜ່ານມາ, ສານມຽນມາກໍໄດ້ຕັດສິນຈຳຄຸກ ທ່ານ ນາງ ອອງຊານ ຊູຈີ ເປັນເວລາ 4 ປີໃນ 2 ຂໍ້ຫາຄື: ຂໍ້ຫາປຸກລະດົມຍຸໂຍງປັ່ນປ່ວນ ແລະ ລະເມີດຂໍ້ຫ້າມຈາກມາດຕະການຄວບຄຸມໂຄວິດ-19 ກ່ອນຈະໄດ້ຮັບອະໄພຍະໂທດໃຫ້ສ່ວນໜຶ່ງ ຈາກພົນເອກອາວຸໂສ ມິນ ອອງ ລາຍ ຜູ້ນຳມຽນມາ, ສົ່ງຜົນໃຫ້ຫຼຸດໂທດຈຳຄຸກຈາກ 4 ປີເຫຼືອພຽງ 2 ປີ.