ບໍ່ທັນອຸ່ນເທື່ອ ເຕືອນອາທິດນີ້ອາກາດຈະເຢັນຫາໜາວເຢັນລົງ 1-3 ອົງສາ

364

ອຸຕຸເຕືອນກຽມຮັບມືອາກາດໜາວເຢັນລົງ 1-3 ອົງສາ ທົ່ວທຸກພາກໃນອາທິດນີ້ ເນື່ອງຈາກມວນອາກາດເຢັນຈາກປະເທດຈີນໄດ້ເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0037/ກອຕທ, ລົງວັນທີ 10 ມັງກອນ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ມັງກອນ 2022 ວ່າ: ໃນໄລຍະວັນທີ 10 ຫາ 11 ມັງກອນນີ້ ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນຈະມີກຳລັງອ່ອນຫາ ປານກາງແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ.

ຈາກນັ້ນວັນທີ 12 ຫາ 16 ມັງກອນ 2022 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ພ້ອມດຽວກັນລົມຕາເວັນອອກສ່ຽງເໜືອຈະພັດປົກຄຸມເປັນສ່ວນໃຫຍ່ ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ລົງ 1 ຫາ 3 ອົງສາ ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ຈິ່ງມີຄຳເຕືອນໃຫ້ເຝົ້າລະວັງ ສະພາບອາກາດໜາວດັ່ງກ່າວໂດຍແຈ້ງເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ທີ່ອາໄສຢູ່ແຂວງພາກເໜືອ, ແຂວງໄຊສົມ ແລະ ເຂດພູພຽງບໍລິເວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ