ໄຟໄໝ້ສູນລີ້ໄພທີ່ບັງກະລາເທດ ຊາວໂຣຮິນຈາ 5.000 ຄົນບໍ່ມີທີ່ຢູ່ອາໄສ

0
216

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 10 ມັງກອນ 2022 ວ່າ: ເກີດເຫດໄຟໄໝ້ສູນລີ້ໄພຂອງຊາວໂຣຮິນຈາ ໃນເມືອງຄ໊ອກບາຊາ ຂອງບັງກະລາເທດ ສົ່ງຜົນເຮັດໃຫ້ສູນແຫ່ງນີ້ ຖືກໄຟໄໝ້ 1.200 ຫຼັງຄາເຮືອນ, ມີຜູ້ລີ້ໄພກວ່າ 5 ພັນຄົນບໍ່ມີທີ່ພັກອາໄສ ແຕ່ຍັງໂຊກດີບໍ່ມີຜູ້ເສຍຊີວິດ ຫຼື ບາດເຈັບຈາກເຫດການຄັ້ງນີ້.

ລາຍງານລະບຸວ່າ: ໄຟໄດ້ເລີ່ມລຸກໄໝ້ໃນແຄັມໝາຍເລກທີ 16 ກ່ອນຈະລຸກລາມຢ່າງໄວວາ ເນື່ອງຈາກແຄັມໃນສູນແຫ່ງນີ້ ສ້າງດ້ວຍວັດສະດຸໄມ້ໄຜ່ເປັນສ່ວນໃຫຍ່ ເຮັດໃຫ້ແປວໄຟໄໝ້ລຸກລາມຢ່າງໄວວາ ໄໝ້ຊັບສິນຂອງຜູ້ລີ້ໄພເກືອບທັງໝົດ, ບາງຄົນເຫຼືອແຕ່ເຄື່ອງຄາຄີງ. ເຈົ້າໜ້າທີ່ດັບເພີງຕ້ອງໃຊ້ເວລາຫຼາຍຊົ່ວໂມງຈຶ່ງສາມາດຄວບຄຸມສະຖານະການໄວ້ໄດ້, ສ່ວນສາເຫດຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ.

ທັງນີ້ ຊາວໂຣຮິນຈາ ໄດ້ອົບພະຍົກຈາກມຽນມາ ເຂົ້າໄປໃນບັງກະລາເທດໃນປີ 2017 ຈຳນວນ 850.000 ຄົນ ເຊິ່ງສ່ວນຫຼາຍອາໄສຢູ່ສູນພັກຜູ້ລີ້ໄພໃນເມືອງ ຄ໊ອກບາຊາ ທີ່ຕິດກັບຊາຍແດນມຽນມາ, ຈົນທາງການບັງກະລາເທດໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກທີ່ໃຫ້ສູນພັກຊົ່ວຄາວແກ່ຜູ້ລີ້ໄພເປັນຈຳນວນຫຼວງຫຼາຍ, ແນວໃດກໍຕາມ ທາງການບັງກະລາເທດກໍຍັງບໍ່ສາມາດຫາທີ່ພັກອາໄສຖາວອນໃຫ້ແກ່ຜູ້ລີ້ໄພເຫຼົ່ານີ້ໄດ້.
ເຫດໄຟໄໝ້ສູນຜູ້ລີ້ໄພຄັ້ງນີ້ ບໍ່ແມ່ນຄັ້ງທຳອິດ ເຊິ່ງເມື່ອເດືອນມີນາປີຜ່ານມາ ກໍເກີດເຫດໄຟໄໝ້ສູນຜູ້ລີ້ໄພຂອງຊາວໂຣຮິນຈາມາແລ້ວ ເຊິ່ງຄັ້ງນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ອີກ 50 ພັນຄົນບໍ່ມີທີ່ພັກອາໄສ.

LEAVE A REPLY

Please enter your comment!
Please enter your name here