ງານເປີດໂຕໂລໂກ້ ທພລ ໃໝ່, ແອັບ LDB Trust & LDB Biz ແລະ ງານຖະແຫລງຜົນປະກອບການດໍາເນີນທຸລະກິດຂອງ ທພລ ປະຈໍາປີ 2021

873

ວັນທີ 07/01/2022 ທີ່ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ, ທະນາຄານພັດທະນາລາວ ໄດ້ຈັດງານເປີດໂຕໂລໂກ້ ໃໝ່, ແອັບ LDB Trust & LDB Biz ແລະ ການຖະແຫລງຜົນປະກອບການທຸລະກິດ ປະຈຳປີ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງ ການຕ່າງປະເທດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ ບຸນເຫລືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ, ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທະນາຄານ ພັດທະນາລາວ ພ້ອມດ້ວຍ ທ່ານ ຮອງຜູ້ວ່າການທະນາຄານ, ທ່ານ ຮອງເຈົ້າແຂວງ, ຄະນະທີ່ປຶກສາ, ທ່ານຫົວຫນ້າກົມ, ຄະນະອຳນວຍການ, ຄະນະສາຂາ ແລະ ບັນດາຄູ່ຄ້າ-ຄູ່ຮ່ວມຍຸດທະສາດ ຂອງທະນາຄານພັດທະນາລາວ.

ພິທີອັນມີຄວາມຫມາຍ ຄວາມສຳຄັນໃນຄັ້ງນີ້ ປຽບເໝືອນບາດກ້າວແຫ່ງການເປີດໂຕຂອງ ທພລ ເພື່ອກ້າວສູ່ສິ່ງໃໝ່ໆ, ເປັນການເປີດໂຕແຫ່ງການນໍາໃຊ້ເຄື່ອງໝາຍການຄ້າໃໝ່ (ໂລໂກ້ໃໝ່) ຂອງທະນາຄານພັດທະນາລາວ, ເປີດໂຕຜະລິດຕະພັນແອັບໂມບາຍແບັງຄິງ ຫຼື ແອັບພິເຄຊັ່ນເທິງມືຖື LDB TRUST ແລະ LDB BIZ ຮູບໂສມໃໝ່ ເພື່ອເປັນການສ້າງຄວາມທັນສະໄໝ ດ້ານເຕັກໂນໂລຊີຍຸກໃໝ່ ເຂົ້າໃນວຽກງານການບໍລິການຂອງທະນາຄານ ທີ່ຈະຊ່ວຍເຮັດໃຫ້ ການດໍາລົງຊີວິດປະຈໍາວັນ ໃນຮູບແບບວິຖີຊີວິດໃໝ່ (New Normal) ຂອງລູກຄ້າ ສາມາດດໍາເນີນທຸລະກໍາທາງການເງິນ ເຊັ່ນ: ການໂອນເງິນ, ການຊຳລະຄ່ານໍ້າ, ຄ່າໄຟຟ້າ ແລະ ການຊຳລະສະສາງອື່ນໆ, ການບໍລິຫານຈັດການບັນຊີການເງິນ ຂອງຕົນເອງໄດ້ງ່າຍດາຍ, ສະດວກສະບາຍ, ວ່ອງໄວ ແລະ ທັນສະໄໝຍິ່ງຂຶ້ນ ບໍ່ວ່າທ່ານຈະຢູ່ສະຖານທີ່ໃດ ພຽງແຕ່ມີສັນຍານອິນເຕີເນັດ ທ່ານກໍສາມາດເຂົ້າເຖິງການບໍລິການໄດ້ ຜ່ານລະບົບແອັບພິເຄຊັ່ນເທິງມືຖື ຜ່ານ ແອັບ LDB TRUST ແລະ LDB BIZ ໄດ້.

ພາຍຫຼັງການຮ່ວມທຶນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຊຶ່ງຕາງໜ້າໂດຍກະຊວງການເງິນ ຖືຮຸ້ນ 30% ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຖືຮຸ້ນ 70%, ພາຍໃຕ້ບາດກ້າວແຫ່ງການປ່ຽນແປງໃຫມ່ ເຮັດໃຫ້ການດໍາເນີນທຸລະກິດ ຂອງ ທພລ ໄດ້ມີການປະຕິຮູບວັດທະນະທຳຂອງອົງກອນ ແລະ ໂຄງສ້າງຂອງຕົນ ໂດຍປະກອບມີ 4 ຂັ້ນ ຄື: ➊ ຄະນະສະພາບໍລິຫານ ➋ ຄະນະຜູ້ບໍລິຫານງານ ➌ ຄະນະຜູ້ອຳນວຍການ ➍ ຄະນະສາຂາພາກ 7 ສາຂາ ທີ່ເຮັດໜ້າທີ່ໃນການຄຸ້ມຄອງ 11 ສາຂານ້ອຍ ໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ຍັງໄດ້ປັບປຸງບັນດານິຕິກຳ (ຂໍ້ກຳນົດ, ກົດລະບຽບ) ຢູ່ສຳນັກງານໃຫຍ່ ຈຳນວນ 38 ສະບັບ ແລະ ບັນດາສາຂາ ຈຳນວນ 72 ສະບັບ ເພື່ອເປັນເຄື່ອງມືຮັບໃຊ້ ໃຫ້ແກ່ພະນັກງານ ໄດ້ນຳໄປຈັດຕັ້ງປະຕິບັດ ແລະ ຂັບເຄື່ອນວຽກງານ ໃຫ້ເຊື່ອມຈອດກັນ ລະຫວ່າງ ສຳນັກງານໃຫຍ່, ສາຂາພາກ ແລະ ສາຂານ້ອຍ ໃນທົ່ວລະບົບ ຂອງ ທພລ. ນອກນັ້ນ, ກໍ່ໄດ້ມີການປັບປຸງສະຫວັດດີການເງິນເດືອນ ໃຫ້ພະນັກງານ ທັງໝົດໃນທົ່ວລະບົບ ຂອງ ທພລ ນັບແຕ່ເດືອນ 10/2021 ເປັນຕົ້ນມາ.

ຍ້ອນເຫັນໄດ້ຄວາມສຳຄັນ ໃນການປະຕິບັດ ຕາມນະໂຍບາຍຂອງລັດຖະບານ ກໍ່ຄື ຍຸດທະສາດກົນໄກການບໍລິຫານແບບໃໝ່ ຂອງ ທພລ ເພື່ອໃຫ້ສາມາດເຫັນໄດ້ບັນຫາ ແລະ ເຫັນພາບ ການກ້າວເດີນໄປໃນອະນາຄົດ ທພລ ຈື່ງໄດ້ມີການບໍລິຫານ Cost of Fund ໃຫ້ຫຼຸດລົງດ້ວຍການສັນຫາ ຜູ້ຊ່ຽວຊານທີ່ມີປະສົບການ ແລະ ເປັນມືອາຊີບ ເຂົ້າມາຊ່ວຍວິເຄາະ ແລະ ເຮັດວຽກຮ່ວມກັນ. ພ້ອມກັນນັ້ນ, ທພລ ຍັງມີຍຸດທະສາດໃນການເພີ່ມຍອດສິນເຊື່ອ ໂດຍເນັ້ນສ້າງກຸ່ມຄູ່ຄ້າ ສິນເຊື່ອຍຸດທະສາດ ພ້ອມທັງໃຫ້ນະໂຍບາຍ ທີ່ອຳນວຍຄວາມສະດວກເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແບກຫາບຄວາມຮັບຜິດຊອບທີ່ໜັກເກີນໄປໃຫ້ຝ່າຍໃດຝ່າຍໜຶ່ງ, ຕ່າງຝ່າຍຕ່າງມີຄວາມຮັບ ຜິດຊອບ ບົນພື້ນຖານການບໍລິຫານ ທີ່ມີຄຸນນະພາບມີປະສິດທິຜົນແບບຍືນຍົງ ແລະ ຍາວນານ ດ້ວຍຄຳຂວັນທີ່ວ່າ “ມິດທີ່ດີຢູ່ຄຽງຂ້າງທ່ານ ການຮ່ວມທຶນແບບຍືນຍົງ”.

ສິ່ງສຳຄັນ ທີ່ເຮັດໃຫ້ ທພລ ໄດ້ຮັບຜົນສຳເລັດໃນໄລຍະເລີ່ມຕົ້ນຂອງການດຳເນີນທຸລະກິດ ກໍຍ້ອນວ່າ ທພລ ໄດ້ມີການຂັບເຄື່ອນອົງກອນ ດ້ວຍວິໄສທັດ ແລະ ພາລະກິດ ທີ່ຊັດເຈນ. ຜົນສຳເລັດທີ່ກ່າວມານັ້ນ, ສະແດງໃຫ້ເຫັນທີ່ ຜົນການປະກອບທຸລະກິດ ຂອງ ທພລ ໃນປີ 2021 ສາມາດປະຕິບັດມີຜົນກຳໄລ 100 ກວ່າຕື້ກີບ.

ພິເສດໃນງານພິທີ ທພລ ຍັງໄດ້ມອບພັນທະອາກອນລ່ວງໜ້າ ແລະ ເງິນປັນຜົນກຳໄລ ປະຈຳປີ 2021 ໃຫ້ແກ່ລັດຖະບານ ຈຳນວນ 58 ຕື້ກວ່າກີບ, ຕາງຫນ້າ ທພລ ມອບໂດຍ ທ່ານ ວຽງຄໍາ ວັນສີລາລົມ ຮອງຜູ້ອໍານວຍການ ທພລ ແລະ ຕາງຫນ້າກະຊວງການເງິນ ຮັບໂດຍ ທ່ານ ວິເລດ ກິນນາວົງ ຮອງຫົວຫນ້າກົມສ່ວຍສາອາກອນ. ໂດຍການໃຫ້ກຽດເປັນສັກຂີພະຍານ ຂອງທ່ານ ລັດຖະມົນຕີ ກະຊວງ ການຕ່າງປະເທດ, ທ່ານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານ ຂອງ ທພລ.

ທັງໝົດນັ້ນ, ແມ່ນໝາກຜົນແຫ່ງການຂັບເຄື່ອນ ໃນການດໍາເນີນທຸລະກິດ ພາຍໃຕ້ການຮ່ວມທຶນ ລະຫວ່າງສອງພາກສ່ວນ ກະຊວງການເງິນ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ. ໃນໂອກາດດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ ທະນາຄານພັດທະນາລາວ ທີ່ມີຜົນສໍາເລັດເບື້ອງຕົ້ນໃນການຮ່ວມທຶນ ແລະ ການປັບປຸງຮອບດ້ານ ເຮັດໃຫ້ທະນາຄານພັດທະນາລາວມີໂສມໜ້າໃໝ່ ໃນການດໍາເນີນທຸລະກິດ ມີຜົນກຳໄລ, ເຊິ່ງຕາງໜ້າມອບໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທະນາຄານພັດທະນາລາວ.

ນອກຈາກນີ້ ບັນຍາກາດພາຍໃນງານ ຍັງມີການວາງສະແດງບູ໋ດ ຜະລິດຕະພັນ ແລະ ການບໍລິການ ຂອງບັນດາຄູ່ຮ່ວມທຸລະກິດ ທະນາຄານພັດທະນາລາວ ເຂົ້າຮ່ວມໃນງານຄັ້ງນີ້ອີກດ້ວຍ. ທັງນີ້ ກໍເພື່ອເປັນການສົ່ງເສີມ ແລະ ຮ່ວມກັນຊຸກຍູ້ ເຜີຍແຜ່ ທຸລະກິດຂອງລູກຄ້າ ຄູ່ຮ່ວມຍຸດທະສາດ ພ້ອມກັນກ້າວໜ້າຢ່າງຫນັກແຫນ້ນ ໃນການດໍາເນີນທຸລະກິດຮ່ວມກັນ ເພື່ອໃຫ້ປະສົບຜົນສຳເລັດ ແລະ ມີຜົນກໍາໄລ.

ການປ່ຽນແປງໃໝ່ຂອງທະນາຄານພັດທະນາລາວ ພາຍໃຕ້ການຂັບເຄື່ອນທຸລະກິດ ຂອງຄະນະຜູ້ບໍລິຫານຊຸດໃຫມ່ ຈະເປັນການປະກອບສ່ວນ ຕໍ່ແນວທາງນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວຂຶ້ນຢ່າງຫນັກແຫນ້ນ ແລະ ສືບຕໍ່ຂັບເຄື່ອນວຽກງານທາງດ້ານການເງິນ-ການທະນາຄານ ຕິດພັນກັບການສົ່ງເສີມວຽກງານຂອງບັນດາຄູ່ຮ່ວມທຸລະກິດ ໃຫ້ມີຄວາມກ້າວໜ້າ ແລະ ກ້າວໄກ ພາຍໃຕ້ຄໍາຂວັນທີ່ວ່າ ມິດທີ່ດີ ຢູ່ຄຽງຂ້າງທ່ານ ການຮ່ວມທຶນແບບຍືນຍົງ.