ຄຸນຄ່າຂອງຄົນແມ່ນບໍ່ໄດ້ຢູ່ທີ່ເພດ ແຕ່ຢູ່ທີ່ການກະທໍາ ວັນໃໝ່ ທໍາມະວົງ Miss Power Queen Laos ຄົນລ່າສຸດ

322

ງາມ, ເກັ່ງ, ຄວາມສາມາດ ແລະ ທັດສະນະຄະຕິທີ່ດີພ້ອມ ສົມກັບຕໍາແໜ່ງ Miss Power Queen Laos 2021/2022 ເຊິ່ງເປັນເວທີ່ແຫ່ງການສະແດງຄວາມສາມາດຕົວແທນຂອງເພດທີສາມ ຫຼື LGBTQ ທີ່ມີຄວາມຮູ້ຄວາມສາມາດ ແລະແລ້ວມົງກໍ່ລົງທີ່ສາວສະຫວັນນະເຂດຄົນນີ້ ວັນໃໝ່ ທໍາມະວົງ ປັດຈຸບັນອາຍຸ 26ປີ ຈົບການສຶກສາວິຊາຊີບ ຈາກສະຖາບັນແຟຊັ່ນດີໄຊເນີ ແລະ ຕອນນີ້ກໍປະກອບອາຊີບທຸລະກິດອອນລາຍ, ຄວາມງາມ ແລະ ແຟຊັນ ແຖມຍັງເປັນ CEO ຂອງທຸລະກິດໜຸ່ມ ແລະ ຍັງປະກອບການຮັບນາງແບບແຟຊັນພີເຊັນເຕີ ຂອງວົງການບັນເທີງອີກດ້ວຍ.

ວັນໃໝ່ Miss Power Queen Laos 2021/2022 ຄົນລ່າສຸດ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຄວາມຮູ້ສຶກທໍາອິດທີ່ຮູ້ວ່າຕົນເອງໄດ້ຮັບຕໍາແໜ່ງ Miss Power Queen Laos ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜຶ່ງ ຂອງການພັດທະນາສັງຄົມ LGBTQ ແລ້ວສາວຂ້າມເພດ ເພື່ອພັດທະນາແນວທາງ ທາງດ້ານຄວາມຄິດໃຫ້ຖືກຕ້ອງ ແລະ ຊົງກຽດ ເພື່ອທີ່ຈະໃຫ້ສັງຄົມໃນປະເທດລາວຍອມຮັບເພດທີ່ສາມ ຫຼື ເພດທາງເລືອກ.

ສິ່ງທີ່ຢາກບອກສັງຄົມເລີຍກ່ຽວກັບເພດທີ່ສາມ ແມ່ນເຮົາບໍ່ສາມາດເລືອກເກີດໄດ້ ແຕ່ເຮົາສາມາດເລືອກທີ່ຈະເປັນໄດ້ ແລະ ເຮັດດີໄດ້ ເພາະຄຸນຄ່າຂອງຄົນແມ່ນບໍ່ໄດ້ຢູ່ທີ່ເພດ ແຕ່ຢູ່ທີ່ການກະທໍາ, ສິດທິໃນສັງຄົມເຮົາຄວນເທົ່າທຽມກັນເທົ່າທີ່ຄວນ ແລະ ໂລກນີ້ບໍ່ໄດ້ສວຍງາມໄປໝົດທຸກຢ່າງພຽງແຕ່ເຮົາເຮັດໃຫ້ມັນໜ້າຢູ່ຫຼາຍຂຶ້ນເທົ່ານັ້ນ.

ຫຼັງຈາກທີ່ໄດ້ຮັບຕໍາແໜ່ງແນ່ນອນວ່າ ສິ່ງທີ່ວັນໃໝ່ຢາກຈະເຮັດຫຼັງຈາກທີ່ໄດ້ຕໍາແໜ່ງມາຄື ຢາກນໍາໃຊ້ຕໍາແໜ່ງທີ່ໄດ້ໃຫ້ເກີດປະໂຫຍດສູງສຸດ ກໍຄືການນໍາມາເພື່ອຊ່ວຍພັດທະນາສັງຄົມຂອງ LGBTQ ໃຫ້ເປັນທີ່ຍອມຮັບຫຼາຍຂຶ້ນ ວັນໃໝ່ເອງຢາກກໍຕັ້ງມູນລະນິທິ ເພື່ອຊ່ວຍເຫຼືອ LGBTQ + ແລະ ສາວຂ້າມເພດ, ສາວປະເພດສອງ ສໍາລັບໃຜທີ່ດ້ອຍໂອກາດ ອາດຈະບໍ່ແມ່ນການສົ່ງເສີມທາງດ້ານການເງິນ ແຕ່ເປັນການໃຫ້ແນວທາງຄວາມຄິດທີ່ຖືກຕ້ອງ ແລະ ຢູ່ເທິງຫຼັກສັງຄົມຢ່າງມີຄຸນຄ່າ ມູນລະນິທິນີ້ຈະໃຫ້ຄໍາປຶກສາ LGBTQ+ ສໍາລັບເຍົາວະຊົນລຸ້ນໃໝ່.

ສ່ວນການກຽມຕົວຂອງວັນໃໝ່ເອງ ແນ່ນອນຢູ່ແລ້ວວ່າ ອາດຈະບໍ່ແມ່ນພຽງແຕ່ການໃຊ້ເພື່ອທີ່ຈະປະກວດເທົ່ານັ້ນ ວັນໃໝ່ມີຄວາມພ້ອມທາງດ້ານວຸດທິພາວະ 26ປີ ແລະ ປະສົບການທຸກຢ່າງທີ່ສະສົມມາ ພ້ອມທີ່ຈະນໍາຊື່ສຽງ ໃຫ້ກັບປະເທດລາວເຮົາອີກຄັ້ງ ສໍາລັບເວທີສາກົນລະດັບນອກປະເທດ ທີ່ຕ້ອງພ້ອມທັງທັດສະນະຄະຕິ, ພາສາ ແລະ ຄວາມງາມ ສໍາລັບຜົນງານຜ່ານມາຂອງວັນໃໝ່ເອງ ຖ້າໃຫ້ເວົ້າໝົດແມ່ນມີຫຼາຍປະສົບການຫຼັງຈາກປີ 2016 ທີ່ໄດ້ຄວ້າຕໍາແໜ່ງ Miss International Queen Business ຊະນະຊຸດປະຈໍາຊາດ ໄດ້ຄວ້າລາງວັນຊຸດປະຈໍາຊາດດີເດັ່ນ ເປັນຄົນທໍາອິດທີ່ໄດ້ຮັບລາງວັນຂອງປະຫວັດສາດ ນາງງາມລາວເລີຍ.

ໃນວົງການບັນເທີງອີກຫຼາກຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ທາງປະເທດເພື່ອນບ້ານກໍມີຖ່າຍໂຄສະນາ ແລະ ຖ່າຍເອັມວີເພງຕ່າງໆກັບດາລາຊື່ດັງຂອງປະເທດນັ້ນ ສ່ວນໃນສາກົນກໍຈະເປັນຖ່າຍແຟຊັນ ຢູ່ທີ່ປະເທດມາເລເຊຍ, ອິນໂດເນເຊຍ ແລະ ສິງກະໂປ.

ສ່ວນກິດຈະກໍາຍາມວ່າງຂອງວັນໃໝ່ຄືການບໍ່ຢຸດທີ່ຈະພັດທະນາຕົນເອງ ແລະ ພ້ອມທີ່ຈະເປັນແບບຢ່າງໃຫ້ກັບສັງຄົມ ແລະ LGBTQ+ ທຸກມື້ຄືຕ້ອງເປັນມື້ທີ່ພ້ອມ.

ຂອບໃຈສັງຄົມທີ່ເຮັດໃຫ້ເຮົາມີແຮງພັກດັນ ຝາກທຸກຄົນເປັນກໍາລັງໃຈໃຫ້ວັນໃໝ່ໃນທຸກອຸປະສັກທີ່ຈະໄດ້ພົບດ້ວຍ ຊ່ອງທາງການຕິດຕາມ ວັນໃໝ່ ທໍາມະວົງ (ພາສາໄທ).

 

[ ຮູບ: ວັນໃໝ່ ທໍາມະວົງ ]