ນ້ອງໆໂຮງຮຽນປະຖົມ ບ້ານຫລັກ 40 ແລະ ບ້ານຫລັກ 38 ໄດ້ຮັບເຄື່ອງຊ່ວຍເຫລືອ

135

ເພື່ອເປັນຂວັນກຳລັງໃຈ ແລະ ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍແກ່ຜູ້ປົກຄອງ ທັງເປັນການຊຸກຍູ້ໃສ່ໃນການສຶກສາໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະນ້ອງໆນັກຮຽນຊັ້ນປະຖົມຜູ້ທີ່ເປັນອະນາຄົດຂອງຊາດໃນວັນທີ 10 ມັງກອນ 2022 ນີ້, ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຮ່ວມກັບ ພະອາຈານ ບຸນມີ ປູນຍະມະໂນ ເຈົ້າອາທິການວັດບ້ານຊອກ, ໂຮງງານຜະລິດປື້ມຂຽນແສງເພັດ ບ້ານນາເຊັງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ມູນນິທິສົ່ງເສີມການພັດທະນາຊຸມຊົນ ແລະ ອານຸລັກສິ່ງແວດລ້ອມ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໄປມອບໃຫ້ໂຮງຮຽນປະຖົມ ບ້ານຫລັກ 40 ແລະ ບ້ານຫລັກ 38.

ສຳລັບເຄື່ອງທີ່ມອບແມ່ນປະກອບດ້ວຍກອງນໍ້າສະອາດ ອາໂອ ຈຳນວນ 2 ເຄື່ອງ, ພ້ອມດ້ວຍອຸປະກອນການຮຽນ-ການສອນເຊັ່ນ: ຖົງໃສ່ປື້ມ, ປື້ມຂຽນ, ປື້ມຄູ່ມືການຮຽນ-ການສອນ, ບິກ, ສໍດຳ ແລະ ຜ້າອັດປາກ-ດັງ ຈຳນວນໜຶ່ງ ໃຫ້ໂຮງຮຽນປະຖົມສົມບູນ 2 ແຫ່ງ ບ້ານຫລັກ 40 ແລະ ບ້ານຫລັກ 38 ເມືອງປາກຊ່ອງ ແຂວງຈໍາປາສັກ ລວມມູນຄ່າເກືອບ 50 ລ້ານກີບ.

ໂດຍມີ ທ່ານ ບຸນລິດ ເທບບຸນສູງ ຮອງເຈົ້າເມືອງປາກຊ່ອງ, ມີຄູອາຈານ, ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ໃຫ້ຮູ້ວ່າ: ການຊ່ວຍເຫລືອໃນຄັ້ງນີ້ ແມ່ນສືບຕໍ່ຈາກແຜນການຊ່ວຍເຫລືອຂອງບໍລິສັດ ພວກເຮົາທີ່ໄດ້ລິເລີ່ມສົ່ງເສີມທາງດ້ານການສຶກສາ ໂດຍໄດ້ຊ່ວຍ ເຫລືອຄ່າຮຽນ ແກ່ນ້ອງນັກຮຽນ.

ສໍາລັບເຄື່ອງຊ່ວຍເຫລືອທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ເຕົ້າໂຮມເອົານໍາໝູ່ຄະນະ, ພີ່ນ້ອງຮັກແພງ ແລະ ຄູບາອາຈານ ມາຈາກແຂວງສະຫວັນນະເຂດ ເພື່ອເປັນຂວັນກຳລັງໃຈແກ່ນ້ອງນັກຮຽນ ທີ່ຫາກໍໄດ້ເປີດການຮຽນ-ການສອນຄືນໃໝ່ ພາຍຫລັງປິດການຮຽນມາດົນອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ໂອກາດດຽວກັນນີ້, ທ່ານຫົວໜ້າອຳນວຍການ ແລະ ຄູອາຈານຂອງທັງສອງໂຮງ ຮຽນ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ສອນທິດາ ອຸນາພົມ ແລະ ພະອາຈານ ບຸນມີ ປູນຍະມະໂນ ພ້ອມດ້ວຍທີມງານທຸກຄົນ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ ແລະ ມີຄວາມເປັນຫ່ວງເປັນໃຍຕໍ່ຄູອາຈານ, ນ້ອງນັກຮຽນ ແລະ ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.