ມຊ ຈະເລີ່ມຮຽນ 17 ມັງກອນນີ້ ທັງໃນແບບອອນລາຍ ແລະເຊິ່ງໜ້າ

496

ດັ່ງທີ່ເຄີຍນຳສະເໜີຂ່າວໄປໃນຫຼາຍຄັ້ງກ່ຽວກັບ ວຽກງານການສຶກສາ ອະນາຄົດລູກຫຼານຕ້ອງເດີນຕໍ່ຕ້ອງໄດ້ສຶກສາຮ່ຳຮຽນໃຫ້ຄົບຕາມຫຼັກສູດທີ່ກຳນົດໄວ້ ແຕ່ເພື່ອໃຫ້ແທດເໝາະກັບສະພາບການທີ່ເປັນຢູ່ໃນປັດຈຸບັນທ່າມກາງການແຜ່ລະບາດໂຄວິດ19 ດັ່ງນັ້ນ ທາງມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ກໍ່ຕ້ອງເປີດການຮຽນ-ການສອນໃຫ້ເປັນປົກກະຕິໃນຊ່ອງທາງອອນລາຍ.

ໂດຍມະຫາວິທະຍາໄລແຫ່ງຊາດໄດ້ອອກໜັງສືແຈ້ງການເລກທີ 0052/ມຊ ລົງວັນທີ 7 ມັງກອນ 2022 ກ່ຽວກັບການເປີດການຮຽນ-ການສອນ ປະຈໍາສົກສຶກສາ 2021-2022 ຢູ່ ມະຫາວິທະຍາໄລແຫ່ງຊາດລະບຸໄວ້ວ່າ: ເພື່ອສືບຕໍ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 (COVID-19) ທັງໃຫ້ການຈັດຕັ້ງການຮຽນ-ການສອນ ປະຈໍາສົກສຶກສາ 2021-2022 ມີຄວາມເປັນເອກະພາບ ແລະ ມີປະສິດທິພາບສູງ ໃຫ້ຄະນະວິຊາຕ່າງໆ ແລະ ສະຖາບັນ ພາຍໃນ ມຊ ຈັດຕັ້ງການຮຽນການສອນຕາມເນື້ອໃນລະອຽດດັ່ງລຸ່ມນີ້:

1. ສໍາລັບນັກສຶກສາປີ 1 ຂອງທຸກໆສາຂາວິຊາໃນທົ່ວ ມຊ ໃຫ້ເລີ່ມຕົ້ນຈັດຕັ້ງການຮຽນ-ການສອນໃນວັນທີ 17 ມັງກອນ2022 ເປັນຕົ້ນໄປ ໂດຍໃຫ້ຈັດຕັ້ງການຮຽນ-ການສອນຜ່ານທາງອອນລາຍ (Online) ໂດຍນໍາໃຊ້ຊຸມ (Zoom) ຫຼື ກູໂກມິດ (Google Meet) ຫຼື ນໍາໃຊ້ເຄື່ອງມືຮັບໃຊ້ກອງປະຊຸມຜ່ານທາງອອນລາຍອື່ນໆ.

2. ສໍາລັບວິຊາລວມ 4 ສາຂາວິຊາ (ລາວສຶກສາ l, ລາວສຶກສາ 2, ການເມືອງ ແລະ ຈິດຕະວິທະຍາ) ໃຫ້ຈັດຕັ້ງການຮຽນ-ການ – ສອນ ຜ່ານລະບົບບໍລິຫານຈັດການ ການຮຽນ-ການສອນທັນສະໄຫມ (SLMS) ຂອງ ມຊ.

3. ໃຫ້ຄະນະວິຊາ ແລະ ສະຖາບັນ ຮວບຮວມເອົາເບີວອດແອັບ (WhatsApp) ຂອງຜູ້ປົກຄອງ ແລະ ນັກສຶກສາປີ 1 ເພື່ອນໍາໃຊ້ເຂົ້າໃນການປະສານງານໃນການຈັດຕັ້ງການຮຽນ-ການສອນແບບອອນລາຍ. 4. ວັນທີ 10 ຫາ 14 ມັງກອນ 2022 ໃຫ້ແຕ່ລະຄະນະວິຊາ ແລະ ສະຖາບັນ ຈັດຕັ້ງປະຖົມນິເທດໃຫ້ນັກສຶກສາປີທີ 1 ຜ່ານທາງອອນລາຍ (online).

5. ສໍາລັບນັກສຶກສາແຕ່ປີ 2 ຫາ ປີ ສຸດທ້າຍຂອງທຸກໆສາຂາວິຊາໃຫ້ຈັດຕັ້ງການຮຽນ-ການສອນຜ່ານລະບົບອອນລາຍ(online). ສ່ວນລາຍວິຊາຂອງບາງຫຼັກສູດທີ່ມີການຮຽນ-ການສອນທົດລອງຕົວຈິງ ແລະ ການລົງຝຶກໃນພາກສະຫນາມແມ່ນ ໃຫ້ຄະນະວິຊາ ແລະ ສະຖາບັນຈັດຕັ້ງການຮຽນ-ການສອນ ຢູ່ສະຖານທີ່ຫ້ອງທົດລອງ ຫຼື ພາກສະຫນາມຕົວຈິງ ໂດຍໃຫ້ ນັກສຶກສາມາຮຽນຕົວຈິງແບບເຊິ່ງຫນ້າ, ແຕ່ໃຫ້ຈັດສັນເວລາ ແລະ ແບ່ງຈໍານວນນັກສຶກສາເຂົ້າຮຽນພາກປະຕິບັດຕົວຈິງໃຫ້ ມີຈໍານວນຫນ້ອຍ ສາມາດປະຕິບັດໄດ້ຕາມລະບຽບການຮັກສາໄລຍະຫ່າງ ແລະ ມາດຕະການອື່ນໆທີ່ຄະນະສະເພາະກິດ ກໍານົດໄວ້.