ຜົນງານລ່າສຸດຂອງ ເປເລ້ ພັນທະວົງ ໃນບົດບາດພະເອກເອັມວີເພງທໍາອິດ “ຝືນ”

212

ພາສ່ອງຜົນງານລ່າສຸດຂອງນາຍແບບ ແລະ ຊ່າງພາບສຸດເທ່ ທີ່ຫາກໍໄດ້ຮັບລາງວັນ ຈາກເວທີປະກວດຄົ້ນຫານາງແບບ ແລະ ນາຍແບບມາໃໝ່ໆໝາດໆ ກັບເວທີ Face Of Laos 2021. ລ່າສຸດນີ້ກໍ່ມີຜົນງານໃໝ່ມາໃຫ້ແຟນໆໄດ້ຕິດຕາມກັນ ເປັນຜົນງານການສະແດງເອັມວີເພງໃຫ້ກັບນັກຮ້ອງຊື່ດັງ ໜຸ່ມ ຕ່າຍ ອາກາດນັ້ນເອງ ແລະ ໜຸ່ມຫຼໍ່ທີ່ກໍາລັງຈະມີຜົນງານໃຫ້ໄດ້ຊົມກັນໃນໄວໆນີ້ກໍແມ່ນ ສົມພົງ ພັນທະວົງ ຫຼື ເປເລ້ Face Of Laos 2021ນາຍແບບໜຸ່ມສຸດຫຼໍ່ຂອງເຮົານີ້ເອງ.

ລ່າສຸດໜຸ່ມເປເລ້ ໄດ້ໃຫ້ສໍາພາດເຖິງຄວາມຮູ້ສຶກຂອງຕົນເອງໃນການໄດ້ຮ່ວມສະແດງເອັມວີຄັ້ງທໍາອິດ ໃຫ້ກັບນັກຮ້ອງດັງລະດັບປະເທດ ໂດຍບອກວ່າ: ຮູ້ສຶກເໝືອນກັບຝັນເປັນຈິງທີ່ໄດ້ສະເເດງMV ຄັ້ງທຳອິດ ກັບ ສິລະປິນ ນັກຮ້ອງ ແຖວໜ້າຂອງລາວເຮົາ (ຕ່າຍ ອາກາດ) ເຊິ່ງຫຼາຍຄົນກໍໄດ້ຮູ້ແລ້ວວ່າເພິ່ນເປັນສິນລະປິນທີ່ໂດ່ງດັງໃນລາວເຮົາ ເປເລ້ເຫັນເພິ່ນໂທຫາຮູ້ສຶກບອກບໍ່ຖືກເລີຍເພາະເຮົາກໍເປັນ Fc ເພິ່ນຢູ່ເເລ້ວ ຕອນທີ່ເພິ່ນໂທຫາຢາກໃຫ້ມາສະເເດງ MV ໃຫ້ເປເລ້ບໍ່ລໍຖ້າຫຍັງ ຕອບຕົກລົງທັນທີເລີຍ.

ບົດເພງທີ່ຈະສະແດງໃນເອັມວີນັ້ນ ແມ່ນເພງທີ່ມີຊື່ວ່າ (ຝືນ) ເຊິ່ງເປັນເພງໃໝ່ ໃນຕົ້ນປີ 2022 ເເລະ ເປັນເພງກ່ຽວກັບຮັກສາມເສົ້າ ໃນເລື່ອງເປເລ້ໄດ້ຮັບບົດເປັນພະເອກໂຕຫຼັກ ໃນການສະເເດງຮ່ວມກັບ ດາວມີໄຊ ພະຈັນສິດທິ Miss Grand Laos 2021 ແລະ ເປເລ້ເອງກໍ່ຮູ້ສຶກປານຖືກເລກ2ຕໍ່ເລີຍເພາະໄດ້ສະແດງກັບ ຄົນດັງລະດັບປະເທດອີກຄົນຄືກັນ. ດາວມີໄຊ ພະຈັນສິດທິ ແມ່ນນາງເອກເອັມວີເພງຫາກໍໄດ້ໄປປະກວດ Miss Grand International ຢູ່ປະເທດໄທມາໝາດໆ ຮູ້ສຶກວ່າເປເລ້ໂຊກດີ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ ສະແດງປະກົບກັບ ສາວ ດາວມີໄຊ ໃນຄັ້ງນີ້.

ການສະເເດງຄັ້ງນີ້ກໍຮູ້ສຶກວ່າເປັນການທ້າທາຍອີຫລີ ເພາະວ່າເປັນຄັ້ງທຳອິດທີ່ເປເລ້ໄດ້ສະແດງ MV ສ່ວນຫຼາຍຜົນງານຈະເປັນການເດີນແບບ ແລະ ສະແດງຫນັງສັ້ນໂຄສະນາຫຼາຍກວ່າ ແຕ່ການສະແດງກໍລາບລື່ນໄປດ້ວຍດີ ເເລະ ບໍ່ມີຫຍັງຫຍຸ້ງຍາກເພາະຕ່າງຄົນກໍມີປະສົບການຢູ່ແລ້ວ.

ສໍາລັບ ການກຽມໂຕກໍມີການເຮັດວຽກບ້ານກ່ຽວກັບການສະແດງຫຼາຍຂຶ້ນ, ການຝຶກຮ່າງການ ແລະ ອາລົມໃຫ້ພ້ອມ ເພື່ອເຂົ້າກັບບົດບາດທີ່ໄດ້ຮັບໃນເພງນັ້ນ ໃຫ້ຄົນໄດ້ຊົມອິນໄປຕາມອາລົມຄວາມຮູ້ສຶກທີ່ຕ້ອງການຈະສື່ອອກມາ.

ຜົນງານຜ່ານມາ ກໍແມ່ນສະແດງໜັງສັ້ນ, ໂຄສະນາໃຫ້ກັບບໍລິສັດຕ່າງ ແລະ ກໍເປັນນາຍ ແບບສັງກັດ Face Of Laos 2021 ສ່ວນໄລສະຕາຍຂອງ ເປເລ້ ແມ່ນເປັນຄົນມັກມ່ວນມັກເຮັດຄຣິບລົງໂຊຊຽວແບບຕາຫຼົກ ເເລະ ມີສາລະປະປົນກັນໄປ ສໍາລັບການແຕ່ງໂຕເປັນຄົນສະບາຍສະບາຍແຕ່ງແບບເກົາຫຼີແດ່, ແບບວິນເທດແດ່ ປະປົນກັນໄປ.

ກິດຈະກຳຍາມວ່າງມັກອອກກຳລັງກາຍ ມັກຖ່າຍຮູບທຳມະຊາດ ເເລະ ມັກອ່ານຂໍ້ມູນຂ່າວສານຕ່າງໆໃນ internet ສຸດທ້າຍນີ້ຝາກແຟນໆຕິດຕາມຜົນງານເອັມວີເພງທໍາອິດຂອອງເປເລ້ແດ່ເດີ້ ເພງ ຝືນ ຂອງຕ່າຍ ອາກາດ ເເລະ ກໍຂໍຝາກແຟນໆຂອງເປເລ້ ຕິດຕາມໃຫ້ກຳລັງກັບການເປັນນັກສະເເດງຫນ້າໃຫມ່ເເດ່ເດີ ສັນຍາວ່າປີ2022ຈະມີສິ່ງໃໝ່ໆໃຫ້ທຸກຄົນໄດ້ຕິດຕາມ ແນ່ນອນ ຊ່ອງທາງການຕິດຕາມ Pele Phanthanvong.

ຮູບ: Pele Phanthanvong