ເມືອງໄຊບູລີ ເລີ່ມຫັນຕາມວາລະແຫ່ງຊາດປັບຈາກສັງຄົມບໍລິໂພກສູ່ສັງຄົມການຜະລິດ ແລະສົ່ງຂາຍ

166

ເມືອງໄຊບູລີເປັນເມືອງໜຶ່ງຂອງແຂວງສະຫັວນນະເຂດ ທີ່ມີເປັນທ່າແຮງທີ່ສໍາຄັນໃນການຜະລິດກະສິກໍາໃຫ້ກາຍເປັນສິນຄ້າອັນເປັນພື້ນຖານທີ່ໝັ້ນຄົງທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນພາຍໃນທ້ອງຖິ່ນ.

ໃນວັນທີ 7 ມັງກອນ 2022 ນີ້ ທ່ານ ອ່ອນລໍາພັນ ບົວສີ ເຈົ້າເມືອງໄຊບູລີ, ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງສະຫັວນນະເຂດ, ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານເສດຖະກິດ-ການເງິນ ລົງເຄື່ອນໄຫວ ຊຸກຍູ້, ກວດກາ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ສົ່ງເສີມການຜະລິດກະສິກໍາໃຫ້ກາຍເປັນສິນຄ້າ ໄດ້ລົງເຄື່ອນໄຫວເບິ່ງສະຖານທີ່ຕົວຈິງໃນການບຸກເບີກ ນາໄຮ່ນ້ອຍໃຫ້ເປັນນາໄຮ່ໃຫ່ຍ ໃນຂອບເຂດບ້ານ ໂພນທັນ ແລະ ບ້ານ ກ້າງປາ ເພື່ອຫັນເຂົ້າສູ່ການຜະລິດກະສິກໍາທີ່ທັນສະໄໝ ຕາມແຜນການປີ 2021ຫາປີ 2023 ໃນເນື້ອທີ່ທັງໝົດ 1.000 ເຮັກຕາ.

ຈາກນັ້ນກໍ່ໄດ້ ລົງເບິ່ງສະຖານທີ່ກໍ່ສ້າງລະບົບ ຄອງເໝືອງທີ່ເຮັດດ້ວຍເບຕົງ ຢູ່ບ້ານຫ້ວຍແຮ່ ເຊິ່ງມີຄວາມຍາວ 1.000 ແມັດ ດ້ວຍການກູ້ຢືມເງິນຈາກກອງທຶນແນວລາວສ້າງຊາດຈໍານວນ 420 ລ້ານກີບ ເພື່ອຊື້ວັດຖຸອຸປະກອນສໍາລັບການກໍ່ສ້າງ ສ່ວນແຮງງານແມ່ນເປັນແຮງງານທີ່ເກີດຈາກຄວາມສາມັກຄີຂອງປະຊາຊົນພາຍໃນບ້ານຫ້ວຍແຮ່

ວຽກງານດັ່ງກ່າວແມ່ນໄດ້ເລີ່ມລົງມືຕັ້ງແຕ່ວັນທີ 4 ມັງກອນ 2022 ແລະ ຄາດວ່າຈະສໍາເລັດພາຍໃນເດືອນ ມັງກອນ 2022 ນີ້. ສ່ວນການປູກເຂົ້ານາແຊງຂອງປະຊາຊົນໂດຍລວມໃນທົ່ວເມືອງແມ່ນສໍາເລັດແລ້ວ 90 % .

ຈາກນັ້ນ ກໍ່ໄດ້ລົງເບິ່ງສະຖານທີ່ຜະລິດກະສິກໍາ ປູກພືດປະສົມປະສານເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ປະເພດກະສິກໍາ ຢູ່ດອນແຄມຂອງໃນຂອບເຂດ 3 ບ້ານ ຄື: ບ້ານປາກເຊບັ້ງໄຟ, ບົວໄຂ ແລະ ບ້ານນາສັງ ເຊິ່ງມີເນື້ອທີ່ທັງໝົດ 400 ກວ່າເຮັກຕາ.