ກະຊວງ ການຄ້າລາວ-ຫວຽດນາມ ເຊັນບົດບັນທຶກຄວາມເຂົ້າໃຈແຜນການຮ່ວມມື ປະຈຳປີ 2022

204

ເພື່ອເພີ່ມທະວີການເປີດກວ້າງສາຍພົວພັນການຮ່ວມມືດ້ານເສດຖະກິດ-ການຄ້າ, ບົນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມສາມັກຄີມິດຕະພາບແບບພິເສດ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ.ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມື ປະຈຳປີ 2022.

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ມີຂຶ້ນໃນໂອກາດ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8-10 ມັງກອນ 2022 ນີ້ ຕາງໜ້າຝ່າຍລາວເຊັນໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ, ຝ່າຍຫວຽດນາມເຊັນໂດຍ ທ່ານ ຫງວຽນ ຫົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ເຊິ່ງທັງສອງຝ່າຍເຫັນດີເພີ່ມທະວີການສ້າງຕັ້ງຂອບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຕາມບັນດາມາດຕາທີ່ໄດ້ລະບຸໃນບົດບັນທຶກຄວາມເຂົ້າໃຈ.

ເນື້ອໃນການຮ່ວມມື: ຊຸກຍູ້ການເຕີບໂຕດ້ານມູນຄ່າການຄ້າ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືດ້ານການຄ້າ ລາວ-ຫວຽດນາມ ໃນໄລຍະຜ່ານມາ ໂດຍສອງປີກວ່າຜ່ານມາ ສອງຝ່າຍລ້ວນແຕ່ປະເຊີນກັບຄວາມຫຍຸ້ງຍາກ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ແຕ່ມູນຄ່າການຄ້າສອງຝ່າຍໄດ້ມີການເຕີບໂຕຢ່າງແຂງແຮງ. ປີ 2021 ມູນຄ່າການຄ້າສອງຝ່າຍຄາດຄະເນບັນລຸໄດ້ 1,34 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 30,2% ທຽບໃສ່ປີ 2020 ແລະ ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ໝູນໃຊ້ບັນດາມາດຕະການທີ່ເຂັ້ມງວດ ເພື່ອຮັກສາລະດັບການເຕີບໂຕຂອງມູນຄ່າການຄ້າສອງຝ່າຍລະຫວ່າງສອງປະເທດ ແລະ ສູ້ຊົນບັນລຸເປົ້າໝາຍເຕີບໂຕຢ່າງໜ້ອຍ 10% ໃນປີ 2022.

ດ້ານການປັບປຸງນິຕິກຳ: ສອງຝ່າຍ ຈະຊຸກຍູ້ການເຈລະຈາປັບປຸງສັນຍາການຄ້າລາວ-ຫວຽດນາມສະບັບປີ 2015 ໃຫ້ສຳເລັດສົມບູນໂດຍໄວ ເພື່ອໃຫ້ໄດ້ລົງນາມໃນປີ 2022 ເພື່ອອໍານວຍຄວາມສະດວກໃນການນໍາເຂົ້າ-ສົ່ງອອກ ສິນຄ້າສອງປະເທດ; ສືບຕໍ່ຊຸກຍູ້ການເຈລະຈາ ແລະ ລົງນາມ “ບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມໂຍງພື້ນຖານໂຄງລ່າງການຄ້າຊາຍແດນ ລາວ-ຫວຽດນາມ” ແນໃສ່ປະກອບສ່ວນດ້ານນິຕິກໍາ ທາງດ້ານກົດໝາຍໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດ້ານການຄ້າຊາຍແດນສອງປະເທດ.

ສ່ວນການອຳນວຍຄວາມສະດວກດ້ານການຄ້າ: ສອງຝ່າຍສືບຕໍ່ຮັກສາ, ກວດກາເປັນປົກກະຕິ ແລະ ທັນການເພື່ອສະເໜີປັບປຸງຮູບແບບການສະກັດກັ້ນການແຜ່ລະບາດຂອງພະຍາດຢູ່ບັນດາດ່ານຊາຍແດນທາງບົກລະຫວ່າງ ລາວ-ຫວຽດນາມ; ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວຈໍລາຈອນສິນຄ້າຜ່ານບັນດາດ່ານຊາຍແດນ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງກີດຂວາງ ແລະ ຮັບປະກັນການຈໍລາຈອນສິນຄ້າໄດ້ສະດວກເປັນປົກກະຕິ.

ການຮ່ວມມືດ້ານການສົ່ງເສີມການຄ້າ: ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດຢ່າງກວ້າງຂວາງ ແລະ ຫຼາຍຮູບຫຼາຍແບບ; ສ້າງຄວາມຫຼາກຫຼາຍດ້ານໂຄງປະກອບບັນດາປະເພດສິນຄ້າ ນຳເຂົ້າ-ສົ່ງອອກ ລະຫວ່າງສອງປະເທດ; ສົ່ງເສີມການຈັດກອງປະຊຸມພົບປະລະຫວ່າງ ພາກທຸລະກິດຂອງສອງປະເທດເພື່ອແລກປ່ຽນ ແລະ ສ້າງໂອກາດຈັບຄູ່ຮ່ວມມືດ້ານການຄ້າ, ການລົງທຶນ, ແລກປ່ຽນຂໍ້ມູນດ້ານຄວາມຕ້ອງການ ແລະ ການສະໜອງສິນຄ້າຮ່ວມກັນ.

ກົນໄກການຮ່ວມມືແຕ່ລະໄລຍະ: ສອງຝ່າຍ ເຫັນດີເປັນເອກະພາບກັນຈະຈັດກອງປະຊຸມການຮ່ວມມືພັດທະນາຂະແໜງອຸດສາຫະກຳແລະ ການຄ້າ, ພະລັງງານ ແລະ ບໍ່ແຮ່ ຢູ່ຫວຽດນາມໃນປີ 2022 ພາຍຫຼັງທີ່ບັນດາມາດຕະການ ແລະ ການກຳນົດການໄປມາ, ການກັກໂຕລະຫວ່າງ ສອງປະເທດໄດ້ຢຸດຕິລົງ ແລະ ເຫັນດີຈັດກອງປະຊຸມຮ່ວມມື ພັດທະນາການຄ້າຊາຍແດນລາວ-ຫວຽດນາມ ຄັ້ງທີ XII ໃນປີ 2022 ເພື່ອຕີລາຄາບັນດາເນື້ອໃນການຮ່ວມມື, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາບັນດາການເຄື່ອນໄຫວທາງດ້ານການຄ້າ, ການບໍລິການຂອງບັນດາແຂວງຊາຍແດນລະຫວ່າງສອງປະເທດ.

.

ສ່ວນສິນຄ້າຜ່ານແດນ: ຫວຽດນາມ ສືບຕໍ່ຊ່ວຍເຫຼືອ, ອຳນວຍຄວາມສະດວກໃຫ້ສິນຄ້າຂອງລາວຜ່ານແດນຫວຽດນາມ ໄປປະເທດທີສາມ ຫຼື ສິນຄ້າຈາກປະເທດທີ່ສາມຜ່ານແດນຫວຽດນາມ ເພື່ອນຳເຂົ້າມາລາວຖືກຕ້ອງຕາມການກໍານົດໃນສັນຍາສິນຄ້າຜ່ານແດນ; ສອງຝ່າຍເອກະພາບຈະເປັນເຈົ້າການແບ່ງປັນຂໍ້ມູນຂ່າວສານກ່ຽວກັບສິນຄ້າຜ່ານແດນ ເພື່ອໃຫ້ເຈົ້າໜ້າທີ່ພາສີຂອງສອງປະເທດສາມາດເປັນເຈົ້າການໃນການແກ້ໄຂໃນເມື່ອເກີດບັນຫາສິນຄ້າແອອັດ, ຕິດຄ້າງຢູ່ດ່ານ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼືອກັນສືບສວນໃນວຽກງານຕ້ານການຄ້າຂາຍເຖື່ອນ ແລະ ສໍ້ໂກງດ້ານການຄ້າ, ການຂົນສົ່ງສິນຄ້າຂ້າມແດນຜິດລະບຽບແນໃສ່ເພື່ອສະກັດກັ້ນ ແລະ ຈັດການບັນດາພຶດຕິກຳທີ່ລະເມີດຕໍ່ກົດໝາຍ.

.

ນອກຈາກນີ້, ການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ທັງສອງເນັ້ນໜັກຄວາມສຳຄັນຂອງການເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຂົ້າຮ່ວມຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າເຊັ່ນ: ອົງການການຄ້າໂລກ, ສະມາຄົມອາຊຽນ ແລະ ອື່ນໆ ໂດຍບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ມີກຳນົດນຳໃຊ້ 1 ປີ.