ຕົວແບບທີ່ດີອີກແລ້ວ ຊາວບ້ານນາຮັງນ້ອຍ ເທທາງເບຕົງເຂົ້າບ້ານຂອງໂຕເອງ

137

ເພາະເສັ້ນທາງເປັນເປັນໂຄງລ່າງພື້ນຖານທີ່ສຳຄັນ ທຸກຄົນຕ້ອງທຽວເຂົ້າ-ອອກໃນທຸກໆວັນ ຖ້າທາງດີງາມໄປໃສກໍສະດວກ ຊາວບ້ານຫຼາຍໆບ້ານຈິ່ງເລືອກທີ່ຈະສ້າງທາງເບຕົງໃນເຂດບ້ານຂອງຕົນແທນທາງດິນທີ່ຕ້ອງແປງທຸກປີ ແລະທຽວຍາກລຳບາກໃນລະດູຝົນ.

ໃນວັນທີ 6 ມັງກອນ 2022 ນີ້ ທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າເມືອງອາດສະພອນ, ທ່ານ ແຫວນທອງ ສິງທຳມະວົງ ປະທານສະຫະພັນກຳມະບານເມືອງ,ໄດ້ລົງຕິດຕາມ ແລະຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຂອງປະຊາຊົນຊາວບ້ານນາຮັງນ້ອຍ ເມືອງອາດສະພອນ.

ສຳລັບການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 3 ມັງກອນ 2022 , ເຊິ່ງໄດ້ກຳນົດສ້າງໃນ ໄລຍະທຳອິດເລີ່ມແຕ່ສາມແຍກທາງເຂົ້າບ້ານຫາແຍກທາງເຂົ້າວັດ ມີຄວາມຍາວ 250 ແມັດ, ກວ້າງ 5 ແມັດ, ໜາ 15 ຊັງຕີແມັດ, ໂດຍນຳໃຊ້ງົບປະມານຄາດຄະເນໄລຍະທຳອິດແມ່ນ 35ລ້ານກີບ ເຊິ່ງເປັນທຶນຮອນຂອງກອງທຶນບ້ານ ສົມທົບກັບການປະກອບສ່ວນຂອງພໍ່ແມ່ປະຊາຊົນພາຍໃນບ້ານນາຮັງນ້ອຍ ແລະ ພາກສ່ວນຕ່າງໆໃນສັງຄົມ.

ທ່ານ ບຸນຫຼົບ ວົງຫາຈັກ ນາຍບ້ານນາຮັງນ້ອຍ ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງເສັ້ນທາງດັ່ງກ່າວໃນຄັ້ງນີ້ ,ແມ່ນໄດ້ຕົກລົງເຫັນດີເປັນເອກະພາບກັນໃນການສ້າງສາພັດທະນາບ້ານຂອງຕົນໃຫ້ມີໃບໜ້າອັນໃໝ່ ໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງດ້ານຖະໜົນຫົນທາງພາຍໃນບ້ານໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມຮັບປະກັນດ້ານຄຸນນະພາບ

ສຳລັບຈຳນວນແຮງງານທີ່ປະກອບສ່ວນເຂົ້າໃນການກໍ່ສ້າງແມ່ນແຮງງານຂອງພໍ່ແມ່ປະຊາຊົນລູກຫຼານພາຍໃນບ້ານນາຮັງນ້ອຍທັງໝົດ ໄດ້ຜັດປ່ຽນກັນເຮັດໃນແຕ່ລະວັນ, ວັນໜຶ່ງປະມານ 30ກວ່າຄົນ, ສ່ວນການກໍ່ສ້າງເສັ້ນທາງໃນຄັ້ງນີ້ແມ່ນໄດ້ປະສານສົມທົບກັບການນຳຂອງເມືອງ ແລະຫ້ອງການ ຍທຂ ເມືອງ ກໍ່ໄດ້ລົງຕິດຕາມຢ່າງໃກ້ຊິດຕິດແທດໃນດ້ານວິຊາການເປັນຫຼັກ.