ເຕັກນິກການຕີກ໊ອຟ! ການຕັ້ງເປົ້າໝາຍໃນການຫຼິ້ນກ໊ອຟ ທີ່ຊັດເຈນ

205

ແນ່ນອນວ່າຈະລົງມືເຮັດໃນສິ່ງໃດໜຶ່ງຕ້ອງມີການຕັ້ງເປົ້າໝາຍ ເພາະຖ້າບໍ່ມີການຕັ້ງເປົ້າໝາຍກໍບໍ່ຮູ້ວ່າຈະເຮັດໄປເພື່ອຫຍັງ ແລະ ຈະອອກນອກລູ່ນອກທາງ ຈົນເຮັດບໍ່ມີຄວາມກ້າວໜ້າ ກໍຄືການຫຼິ້ນກີລາທີ່ຢາກຫຼິ້ນກໍຫຼິ້ນ ບໍ່ຢາກຫຼິ້ນກໍບໍ່ຫຼິ້ນ ບໍ່ມີຄວາມຕໍ່ເນື່ອງ ແລະ ເປົ້າໝາຍທີ່ຊັດເຈນ ກໍຈະເຮັດໃຫ້ບໍ່ມີການພັດທະນາຢ່າງແນ່ນອນ.

ດັ່ງນັ້ນ, ມື້ນີ້ທາງທີມງານພວກເຮົາໄດ້ນໍາເອົາບົດຄວາມ ແລະ ຂໍ້ຄິດດີໆຈາກໂປຣກ໊ອຟ ທີ່ຂຽນລົງເວັບໄຊທ໌ www.golfspaceacademy.com ມາແນະນໍາ ວິທີການສ້າງເປົ້າໝາຍສໍາລັບການຫຼິ້ນກ໊ອຟ ມີດັ່ງນີ້:
#ໄລຍະການຕັ້ງເປົ້າໝາຍ: ການຕັ້ງເປົ້າໝາຍທີ່ດີຄວນເປັນການຕັ້ງເປົ້າໝາຍທີ່ວາງແຜນຕະຫຼອດເວລາ ນັບຕັ້ງແຕ່ເປົ້າໝາຍໄລຍະສັ້ນ, ເປົ້າໝາຍໄລຍະກາງ ແລະ ເປົ້າໝາຍໄລຍະຍາວ.
-ເປົ້າໝາຍໄລຍະສັ້ນ: ເປັນເປົ້າໝາຍທີ່ມີຄວາມຊັດເຈນທີ່ສຸດ ເພາະເປັນການກໍານົດກິດຈະກໍາທີ່ຕ້ອງເຮັດທຸກວັນ ຫຼື ທຸກໄລຍະເວລາຂອງການຝຶກຊ້ອມ ແນ່ນອນວ່າການເປົ້າໝາຍໄລຍະສັ້ນນັ້ນ ນັກກ໊ອຟຕ້ອງມີການວາງແຜນທີ່ດີ ແລະ ເໝາະສົມກັບຄວາມສາມາດຂອງຕົວເອງ ເພາະເປົ້າໝາຍທີ່ກໍານົດຂຶ້ນນໍາໄປສູ່ເປົ້າໝາຍໄລຍະກາງ ແລະ ເປົ້າໝາຍໄລຍະຍາວຕໍ່ໄປ.

-ເປົ້າໝາຍໄລຍະກາງ: ສ່ວນໃຫຍ່ເປັນເປົ້າໝາຍທີ່ກໍຕ້ອງກໍານົດຂຶ້ນມາ ເພື່ອກວດສອບວ່າ ທີ່ຜ່ານມາຕົວເອງສາມາດບັນລຸເປົ້າໝາຍໄດ້ຫຼາຍໜ້ອຍພຽງໃດ ແລະ ນໍາມາປັບປຸງແກ້ໄຂໃຫ້ດີຂຶ້ນ.
-ເປົ້າໝາຍໄລຍະຍາວ: ເປັນເປົ້າໝາຍທີ່ມີຄວາມຫ່າງໄກໃນການປະເມີນຜົນຫຼາຍທີ່ສຸດ ເພາະໄລຍະເວລາທີ່ຈະເກີດຂຶ້ນນັບຕັ້ງແຕ່ປັດຈຸບັນຍັງອີກດົນ, ທ່ານນັກກ໊ອຟອາດຈະເບິ່ງເຫັນແນວທາງທີ່ຈະປະສົບຜົນສໍາເລັດໃນອະນາຄົດໄດ້ຍາກ, ແຕ່ທັງນີ້ເປົ້າໝາຍໄລຍະຍາວເປັນເປົ້າໝາຍທີ່ທ່ານນັກກ໊ອຟທຸກຄົນຕ້ອງການແບບປະຕິເສດບໍ່ໄດ້ ເຊິ່ງເປົ້າໝາຍໄລຍະຍາວຈະເກີດຂຶ້ນໄດ້ກໍຕໍ່ເມື່ອ ເປົ້າໝາຍໄລຍະສັ້ນ ແລະ ໄລຍະກາງ ໄດ້ດໍາເນີນມາຢ່າງຕໍ່ເນື່ອງແລ້ວ.
ອີກໜຶ່ງຂໍ້ຄິດຄື ຖ້າຈະຝຶກຊ້ອມພຽງອອກໍາລັງກາຍ ກໍບໍ່ຈໍາເປັນຕ້ອງຕັ້ງເປົ້າໝາຍໝາຍຢ່າງຊັດເຈນ, ແຕ່ຖ້າຕ້ອງການພັດທະນາການຫຼິ້ນໃຫ້ຍິ່ງດີຂຶ້ນ, ຄວນມີເປົ້າໝາຍທີ່ຊັດເຈນ ແລະ ມີແບບຝຶກ ທີ່ວັດຜົນໄດ້ ແລະ ຕໍ່ເນື່ອງ ແລ້ວການພັດທະນາຂອງທ່ານນັກກ໊ອຟຈະເຫັນໄດ້ຊັດເຈນຍິ່ງຂຶ້ນ.