ຈີນລ້ຳໜ້າຫຼາຍ! ທິເບດພື້ນທີ່ດຽວມີສະຖານີ 5G ເພີ່ມຂຶ້ນ 3.083 ແຫ່ງໃນປີ 2021

0
186

ຂຶ້ນຊື່ວ່າຈີນແຜ່ນດິນໃຫຍ່ ແມ່ນແນ່ນອນຢູ່ແລ້ວໃນສ່ວນຂອງຄວາມຈະເລີນກ້າວໜ້າ ໂດຍສະເພາະເທັກໂນໂລຢີຕ່າງໆ ທີ່ມີຄວາມທັນສະໄໝ ແລະ ຫຼ້າສຸດ ທິເບດມີສະຖານີ 5G ລວມ 6.660 ແຫ່ງແລ້ວທົ່ວພື້ນທີ່ ເພື່ອສົ່ງເສີມການບໍລິການອິນເຕີເນັດສາທາລະນະຢ່າງເຕັມທີ່.

ສຳນັກຂ່າວຊິນຫົວຂອງຈີນລາຍງານຄວາມຄືບໜ້າເຖິງການສ້າງສະຖານີ 5G ຂອງຈີນຫຼ້າສຸດສະເພາະໃນພື້ນທີ່ເຂດປົກຄອງຕົນເອງທິເບດຕາເວັນຕົກສ່ຽງໃຕ້ຂອງຈີນ ພື້ນທີ່ດຽວ ມີສະຖານີຖານ 5G ເພີ່ມຂຶ້ນເຖິງ 3.083 ແຫ່ງໃນປີ 2021.

ເຊິ່ງວ່າລວມທັງໝົດແລ້ວ ທິເບດມີສະຖານີຖານ 5G ໄປແລ້ວທີ່ 6.660 ແຫ່ງທົ່ວພື້ນທີ່ ເຊິ່ງເປັນໄປຕາມພັດທະນາ ເລັ່ງລັດການກໍ່ສ້າງແພດຟອມບໍລິການອິນເຕີເນັດ ສາທາລະນະເຊີງອຸດສາຫະກຳ. ນອກຈາກນີ້, ໃນປີ 2022 ທິເບດຕັ້ງເປົ້າເສດຖະກິດດີຈີຕ້ອນຈະຕ້ອງເຕີບໂຕຂຶ້ນ 10%.

ເຊິ່ງວ່າ ທິເບດ ມີນະໂຍບາຍສົ່ງເສີມການໃຊ້ງານເທັກໂນໂລຢີເຄືອຂ່າຍ 5G ເພື່ອໃຊ້ເຂົ້າສໍາລັບວຽກງານການສຶກສາ, ການເບິ່ງແຍງສຸຂະພາບ, ການຄົມມະນາຄົມຂົນສົ່ງ ແລະ ໂລຈິສຕິກໃນພື້ນທີ່.

LEAVE A REPLY

Please enter your comment!
Please enter your name here