ກຳລັງປິ່ນປົວ 7.149 ຄົນ, ກວດພົບເຊື້ອໂຄວິດໃໝ່ທັງໝົດ 641 ຄົນ, ເສຍຊີວິດໃໝ່ 11 ກໍລະນີ

117

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 10 ມັງກອນ ປີ 2022 ວ່າ ມາຮອດວັນທີ 9 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.879 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 641 ຄົນ (ຕິດເຊື້ອພາຍໃນ 637 ຄົນ ແລະ ນໍາເຂົ້າ 04 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 637 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 173 ຄົນ, ບໍລິຄໍາໄຊ 76 ຄົນ, ຜົ້ງສາລີ 42 ຄົນ, ຫຼວງນໍ້າທາ 41 ຄົນ, ຊຽງຂວາງ 39 ຄົນ, ວຽງຈັນ 30 ຄົນ, ບໍ່ແກ້ວ 30 ຄົນ, ສາລະວັນ 30 ຄົນ, ໄຊຍະບູລີ 26 ຄົນ
ຫົວພັນ 25 ຄົນ, ໄຊສົມບູນ 23 ຄົນ, ຫຼວງພະບາງ 21 ຄົນ, ຄໍາມ່ວນ 21 ຄົນ, ອຸດົມໄຊ 17 ຄົນ, ເຊກອງ 14 ຄົນ, ອັດຕະປື 13 ຄົນ, ສະຫັວນນະເຂດ 8 ຄົນ, ຈໍາປາສັກ 8 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ແຂວງຈໍາປາສັກ 02 ຄົນ ແລະ ນະຄອນຫຼວງ 02 ຄົນ ທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 119.521 ກໍລະນີ, ອອກໂຮງໝໍວານນີ້ 311 ຄົນ, ກຳລັງປິ່ນປົວ 7.149 ຄົນ ແລະ ເສຍຊີວິດສະສົມທັງໝົດ 448 ຄົນ (ເສຍຊີວິດໃໝ່ 11 ຄົນ)

ສຳລັບຜູ້ເສຍຊີວິດໃໝ່ 11 ຄົນ ຈາກ ນະຄອນຫຼວງ 3 ຄົນ, ແຂວງອຸດົມໄຊ 02 ຄົນ, ແຂວງບໍ່ແກ້ວ 02 ຄົນ, ແຂວງໄຊສົມບູນ 01 ຄົນ, ແຂວງວຽງຈັນ 1 ຄົນ, ແຂວງຫົວພັນ 01 ຄົນ ແລະ ແຂວງບໍລິຄໍາໄຊ 1 ຄົນ.