ພົບຜູ້ຕິດເຊື້ອໃໝ່ທັງໝົດ 924 ຄົນ, ເສຍຊີວິດ 7 ຄົນ

71

ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 9 ມັງກອນ ປີ 2022 .ວ່າ ໃນມື້ວານ ວັນທີ 8 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.256 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 924 ຄົນ (ຕິດເຊື້ອພາຍໃນ ມີ 923 ຄົນ ແລະ ຕິດເຊື້ອນໍາເຂົ້າ 01ຄົນ)

ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 118.880 ຄົນ, ເສຍຊີວິດສະສົມ 437 ຄົນ (ໃນນີ້ເສຍຊີວິດ ໃໝ່ 07 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 345 ຄົນ, ກໍາລັງປິ່ນປົວ 7.088 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 923 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 354 ຄົນ, ຫຼວງນໍ້າທາ ມີ 100 ຄົນ, ອັດຕະປື ມີ 47 ຄົນ, ອຸດົມໄຊ ມີ 45 ຄົນ, ເຊກອງ ມີ 42 ຄົນ, ໄຊຍະບູລີ ມີ 40 ຄົນ, ຫຼວງພະບາງ ມີ 39 ຄົນ, ຄຳມ່ວນ ມີ 31 ຄົນ, ແຂວງວຽງຈັນ ມີ 29 ຄົນ, ຊຽງຂວາງ ມີ 28 ຄົນ, ຈຳປາສັກ ມີ 27 ຄົນ

ບໍ່ແກ້ວ ມີ 27 ຄົນ, ຜົ້ງສາລີ ມີ 25 ຄົນ, ໄຊສົມບູນ ມີ 25 ຄົນ, ຫົວພັນ ມີ 22 ຄົນ, ສາລະວັນ ມີ 17 ຄົນ, ສະຫວັນນະເຂດ ມີ 15 ຄົນ ແລະ ບໍລິຄຳໄຊ ມີ 10 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແຂວງຈຳປາສັກ 1 ຄົນ, ໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດ
ສຳລັບຄົນທີ່ເສຍຊີວິດໃໝ່ 07 ຄົນ ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ວຽງຈັນ 1 ຄົນ, ບໍ່ແກ້ວ 2 ຄົນ ແລະ ໄຊຍະບູລີ 1 ຄົນ.