“ເຈົ້າອາດຈະບໍ່ແມ່ນຜູ້ຍິງຄົນແລກທີ່ຂ້ອຍມີ ແຕ່ເຈົ້າຄືຜູ້ຍິງຄົນແລກທີ່ເຮັດໃຫ້ຂ້ອຍບໍ່ຢາກມີໃຜອີກຕໍ່ໄປ” ຍິນດີນໍາບ່າວແມັກ+ສາວພອນ

199

ສາຍບັນເທີງຕ່າງສະແດງຄວາມຍິນດີກັບຄູ່ຮັກແຫ່ງປີ ຢ່າງ ສາວພອນ ບ່າວແມັກ ທີ່ຮູ້ກັນດີວ່າແມ່ນໃຜ ຖືວ່າກະແສມາແຮງບໍ່ແພ້ເລື່ອງອື່ນໆສໍາລັບມື້ນີ້ 8 ມັງກອນ 2022 ເລີກງາມຍາມດີ ວັນແຕ່ງດອງຄອງຊີວິດຄູ່ຢ່າງຖືກຕ້ອງຕາມປະເພນີ

ສໍາລັບສາວພອນ ຄົນດັງ ຈາກຂວງສະຫວັນນະເຂດ ທີ່ມີຄົນຕິດຕາມຫຼາຍລະດັບຕົ້ນໆຂອງລາວ ທີ່ໂດ່ງດັງຈາກເພງນັ່ງກອດກົກເບົ້າ ດ້ວຍສະຕາຍທີ່ຮ້ອງພ້ຽນ ແລະ ເປັນຄົນທີ່ມັກເວົ້າຄໍາຄົມທີ່ຖືວ່າເດັດເອົາໃຈສາຍຮາ, ສາຍບັນເທີງທີ່ເບິ່ງເພື່ອຄວາມຄາຍຄຽດ ແລະ ເຮັດໃຫ້ຍິ້ມຫົວໄປຕາມໆກັນ

ສ່ວນບ່າວແມັກແຟນໜຸ່ມ ທີ່ອາດຈະຄົບກັນບໍ່ໄດ້ດົນ ແຕ່ດ້ວຍຄວາມຮັກ ແລະ ຄວາມຖືກຕ້ອງ ຜູ້ໃຫຍ່ທັງ 2 ກໍ້າ 2 ຝ່າຍຈຶ່ງໝັ້ນໝາຍແຕ່ງທັງສອງໃຫ້ໄດ້ເປັນສາມີພັນລະຍາຖືກຕ້ອງຕາມຮີດຄອງ
ເຊິ່ງແຟນໆຕ່າງສະແດງຄວາມຍິນດີ ແລະ ລົງຮູບທັງສອງຢ່າງຫຼວງຫຼາຍ ຂໍສະແດງຄວາມຍິນດີນໍາ ແລະ ຂໍໃຫ້ມີພິຍານຮັກໂຕນ້ອຍໄວໆເດີ້

ສໍາລັບຄ່າດອງດຽວຂໍອຸບໄວ້ກ່ອນ ແຕ່ບອກເລີຍວ່າບໍ່ທໍາມະດາ ເພາະກ່ອນໜ້ານີ້ບ່າວແມັກເຄີຍໂພສເລື່ອງຊ່ວຍຄ່າດອງ ແຟນຄັບຫຼາຍຄົນຮ່ວມໃຈກັນສົ່ງໃຫ້ຢ່າງຫຼວງຫຼາຍ ຢາກໃຫ້ທຸກຄົນເດົາ ແລະ ເອົາໄປຄິດເບິ່ງວ່າປະມານເທົ່າໃດ

ເຊິ່ງບ່າວແມັກໄດ້ໂພສໃນເຟດບຸກສ່ວນໂຕເປັນຮູບເຈົ້າສາວຄືສາວພອນ ພ້ອມຂໍ້ຄວາມແບບເຫັນແລ້ວຕ້ອງຍິ້ມ ແລະ ອິດສາສາວພອນວ່າ “ເຈົ້າອາດຈະບໍ່ແມ່ນຜູ້ຍິງຄົນແລກທີ່ຂ້ອຍມີ ແຕ່ເຈົ້າຄືຜູ້ຍິງຄົນແລກທີ່ເຮັດໃຫ້ຂ້ອຍບໍ່ຢາກມີໃຜອີກຕໍ່ໄປ” ບອກເລີຍຄໍາຄົມແບບນີ້ໄດ້ໃຈສາວພອນໄປເລີຍ

ໃນພິທີທີ່ສໍາຄັນນີ້ຫຼາຍຄົນຮ່ວມງານສະແດງຄວາມຍິນດີ, ລວມທັງແຟນໆທີ່ຢູ່ໃນໂຊຊຽວຕ່າງກໍສະແດງຄວາມຍິນດີ ແລະ ລົງຮູບທັງສອງຢ່າງຫຼວງຫຼາຍ ຂໍສະແດງຄວາມຍິນດີນໍາ ແລະ ຂໍໃຫ້ມີພິຍານຮັກໂຕນ້ອຍໄວໆເດີ້

ຈາກ: ສາວພອນ