ຜູ້ສົນໃຈຮີບຮ້ອນເລີຍ ທຶນ 100% ຈາກ ສປ ຈີນ ມາແລ້ວສະໝັກດ່ວນ

254

ສຳລັບການສຶກສາແມ່ນເປັນສິ່ງສຳຄັນທີ່ສຸດ ເປັນເສັ້ນທາງແສງສະຫວ່າງຂອງຊີວິດ ທີ່ຈະນຳພາໄປສູ່ຄວາມສຳເລັດໃນໜ້າທີ່ການງານ ໃນອະນາຄົດ ແລະ ທັງເປັນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ມາຊ່ວຍສ້າງສາເສດຖກິດໃນຄອບຄົວ ເປັນກຳລັງສຳຄັນຂອງຊາດ.

ສຳລັບນ້ອງໆ ແລະ ໄວອາຍຸຕາມເງື່ອນໄຂ ຫຼື ອີງຕາມລະດັບຊັ້ນການສຶກສາ, ເນື່ອງຈາກ ລັດຖະບານ ສປ.ຈີນ ໃຫ້ທຶນການສຶກສາແກ່ລັດຖະບານແຫ່ງ ສປປ ລາວ ປະຈໍາສົກປີ 2022-2023 ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ໂດຍເປີດຮັບສະໝັກຜູ້ທີ່ສົນໃຈໄປຮຽນທີ່ມະຫາວິທະຍາໄລແຫ່ງຕ່າງໆ ປະເທດ ສປ.ຈີນ, ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

ເງື່ອນໄຂຂອງທຶນ: ຜູ້ໃຫ້ທຶນຮັບຜິດຊອບ ຄ່າເດີນທາງໄປ-ກັບ ລະຫວ່າງປະເທດ, ຄ່າຮຽນ, ຄ່າທີ່ພັກ, ຄ່າປະກັນສຸຂະພາບ ແລະ ເບ້ຍລ້ຽງ. ສຳລັບ ເງື່ອນໄຂຂອງຜູ້ສະໝັກເປັນຄົນລາວຖືສັນຊາດລາວ, ມີສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ສົມບຸນ, ມີໜັງສືຮັບຮອງຈາກຫົວໜ້າ ຫຼື ອາຈານ 2 ສະບັບ
( 2 Latters of Recommendation )

ສໍາລັບຜູ້ທີ່ສະໝັກທຶນການສຶກສາລະດັບ ປະລິນຍາໂທ ແລະ ປະລິນຍາເອກ ຜູ້ສະໝັກຮຽນຫຼັກສູດພາສາຈີນ ຕ້ອງມີພື້ນຖານພາສາຈີນ ຫຼື ໃບຢັ້ງຢືນການສອບເສັງລະດັບພາສາຈີນ (HSK) ຄື:
ປະລິນຍາຕີ HSK 3, ປະລິນຍາໂທ HSK 4 ແລະ ປະລິນຍາເອກ HSK 5 ຂຶ້ນໄປ.

ຜູ້ສະໝັກຮຽນຫຼັກສຸດພາສາອັງກິດຕ້ອງມີໃບປະກາດ ຫຼື ໃບຢັ້ງຢືນລະດັບພາສາອັງກິດ TOEFL / IELTS, ຜູ້ທີ່ສະຫນັກລະດັບປະລິນຍາຕີ ອາຍຸບໍ່ເກີນ 25 ປີ, ປະລິນຍາໂທ ອາຍຸບໍ່ເກີນ 35 ປີ ແລະ ປະລິນຍາເອກ ອາຍຸບໍ່ເກີນ 40 ປີ.

ວິທີສະຫມັກ:
ຜູ້ທີ່ສົນໃຈສະໝັກສາມາດຍື່ນໜັງສືຄໍາຮ້ອງສະໝັກທຶນໄດ້ທີ່ ກະຊວງສຶກສາທິການ ແລະ ກິລາ, ກົມກິດຈະການນັກສຶກສາ(ພະແນກບໍລິຫານ ຫ້ອງ 110) ວັນປີດຮັບສະໝັກ ວັນທີ 14/01/2022.

ເອກະສານທີ່ຕ້ອງປະກອບມີ: ໃບຄໍາຮ້ອງສະໝັກທຶນທີ່ຂຽນດ້ວຍຕົວເອງ, ໃບປະກາສະນີຍະບັດ ແລະ ໃບຄະແນນ ລະດັບສູງສຸດ, ຊີວະປະຫວັດຫຍໍ້ (ສໍາລັບນັກຮຽນ-ນັກສຶກສາ), ຊີວະປະຫວັດລັດຖະກອນ (ສໍາລັບພະນັກງານລັດຖະກອນ), ໃບຢັ້ງຢືນການສອບເສັງລະດັບພາສາຈີນ (HSK) ຫຼື ໃບຢັ້ງຢືນລະດັບພາສາອັງກິດ TOEFL IELTS ແລະ ຜູ້ທີ່ເປັນພະນັກງານລັດຖະກອນຈະຕ້ອງມີໃບນໍາສົ່ງຈາກກົມຈັດຕັ້ງ ແລະ ພະນັກງານ ຂອງພາກສ່ວນທີ່ຕົນສັງກັດຢູ່.

ພາບຈາກອິນເຕີເນັດ