ປຶກສາ ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາສາດສຸຂະພາບ ແຫ່ງທໍາອິດຂອງລາວ

108

ຖືເປັນຂ່າວດີໃນຂະແໜງການແພດໝໍ ສໍາລັບຜູ້ທີ່ມັກຮັກໃນການຮຽນ ຫຼື ການທີ່ຈະເປັນບຸກຂະລາກອນຜູ້ທີ່ໄດ້ຊ່ວຍເຫຼືອຊີວິດ, ການເປັນຢູ່ທາງດ້ານສຸຂະນາໄມຕ່າງໆຂອງຄົນ ແລະ ສັດໃຫ້ໄດ້ມີສຸຂະພາບມາລານາໄມທີ່ດີ ແຂງແຮງ
ໃນວັນທີ 7 ຜ່ານມາ ໄດ້ພິທີເຊັນສັນຍາທີ່ປຶກສາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຂຶ້ນ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ລະຫວ່າງ ທ່ານ ບຸນຖົມ ຊາມຸນຕຣີ ຮັກສາການອະທິການບໍດີ ມວສ ແລະ ທ່ານ ລີ ດົງຢັນ ປະທານກຸ່ມບໍລິສັດທີ່ປຶກສາຈາກ ໂຮງໝໍມະຫາວິທະຍາໄລແຫ່ງຊາດ ໂຊນ ສ ເກົາຫຼີ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ລີ ດົງກັນ ຜູ້ຕາງໜ້າກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ ເກົາຫຼີ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີທ່ານລັດຖະມົນຕີໄດ້ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລແຫ່ງທໍາອິດຂອງ ສປປ ລາວ ແມ່ນເປັນໂຄງການທີ່ໃຫຍ່ທີ່ສຸດ ແລະ ສໍາຄັນຫຼາຍ ໂດຍໄດ້ຮັບທຶນການຊ່ວຍເຫຼືອໃນຮູບແບບການກູ້ຢືມ ດອກເບ້ຍຜ່ອນຜັນຈາກ ສ ເກົາຫຼີ ດ້ວຍມູນຄ່າໂຄງການຈໍານວນ 120 ລ້ານໂດລາ.

ໂຄງການດັ່ງກ່າວປະກອບດ້ວຍ ອາຄານຮຽນດ້ານການແພດ, ອາຄານບໍລິການການປິ່ນປົວ ມີຂະໜາດ 400 ຕຽງ, ອຸປະກອນການແພດ, ອຸປະກອນການສຶກສາດ້ານການແພດ ໂດຍສະເພາະແມ່ນ Simulation center and Health Information System (HIS) ຊຶ່ງຖືວ່າເປັນການພັດທະນາພື້ນຖານໂຄງລ່າງ ດ້ານການແພດຍຸກໃໝ່ທີ່ທັນສະໄໝ, ຮັບປະກັນທັງຄຸນນະພາບ, ຄວາມສະດວກວ່ອງໄວ ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ເປົ້າໝາຍແມ່ນນໍາໃຊ້ເປັນບ່ອນສິດສອນ, ຮໍ່າຮຽນ ເພື່ອຜະລິດບຸກຄະລາກອນການແພດທີ່ມີຄຸນນະພາບອອກຮັບໃຊ້ສັງຄົມໂດຍສະໜອງໃຫ້ບັນດາສະຖານທີ່ບໍລິການສາທາລະນະສຸກ ທັງໂຮງໝໍສູນກາງ, ໂຮງໝໍທ້ອງຖິ່ນ ແລະ ຊຸມຊົນເຂດຫ່າງໄກສອກຫຼີກ,

ນອກນີ້ຍັງເປັນສະຖານທີ່ບໍລິການປິ່ນປົວຂັ້ນສູງ ເພື່ອຮັບຮອງ ແລະ ຊ່ວຍເຫຼືອດ້ານວິທະຍາສາດ ເຕັກນິກການປິ່ນປົວ ໃຫ້ຕາໜ່າງສາທາລະນະສຸກຂັ້ນຕ່າງໆ ລວມທັງການຄົ້ນຄວ້າວິທະຍາສາດ ດ້ານວິຊາການແພດ ແລະ ສາທາລະນະສຸກສາດເພື່ອນໍາເອົາຂໍ້ມູນ, ຫຼັກຖານວິທະຍາສາດມາປັບໃຊ້ໃນການປິ່ນປົວ, ສິດສອນ, ຄຸ້ມຄອງບໍລິຫານ ແລະ ອື່ນໆ.

ຂ່າວ: ຍຸພິນທອງ, ພາບ: ບຸນອູ້ມ/ ປະຊາຊົນ, Lao Youth Radio FM 90.0 Mhz