ສຕລ ຖະແຫຼງເຖິງເຫດຜົນທີ່ທີມຊາດລາວ ຊຸດໃຫຍ່ ບໍ່ດີໃນ SUZUKI CUP, ພ້ອມປະກາດຄູຝືກໃໝ່

220

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ເພື່ອໄປກະຈ່າຍຂ່າວແກ້ໄຂຂໍ້ຂ້ອງໃຈທີ່ ທີມຊາດລາວ ຊຸດໃຫຍ່ ຜົນງານຕົກຕໍ່າໃນ AFF SUZUKI CUP 2020 ໃນເດືອນທັນວາ 2021 ທີ່ຜ່ານມາ ໂດຍພິທີດັ່ງກ່າວຈັດຂຶ້ນຕອນແລງ ວັນທີ 7 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມ ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ສະຫນາມກິລາແຫ່ງຊາດຫລັກ 16 ບ້ານ ດົງສ້າງຫີນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ພັອ ຖາວອນ ຫຼວງຈັນດາວົງ, ທ່ານ ພັອ ທອງເພັດ ມະນີສະຫວັນ ແລະ ທ່ານ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.

ໂອກາດກ່າວ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ເປັນເຈົ້າພາບ ລະຫວ່າງ ວັນທີ 5 ທັນວາ 2021 – 1 ມັງກອນ 2022 ປາກົດວ່າ: ທີມຊາດລາວ ລົງແຂ່ງຂັນ 4 ນັດ ແລະ ບໍ່ສາມາດຍາດໄຊຊະນະໄດ້ຈັກທີມ ເນື່ອງຈາກຫລາຍປັດໃຈ ( ລາຍລະອຽດເບິ່ງຄລິບລຸ່ມນີ້ )

ນອກນັ້ນໃນຖະແຫຼງຂ່າວຍັງໄດ້ມີການປະກາດ ແຕ່ງຕັ້ງຫົວຫນ້າຄູຝຶກຄົນໃຫມ່ແມ່ນ ທ່ານ Michael Weiss ຄູຝຶກຊາວເຢຍລະມັນ ໄວ 56 ປີ ເຂົ້າມາຄຸມທີມຊາດລາວ ໂດຍເຊັນສັນຍາ 3 ປີ ຈະຄຸມທີມຊາດລາວ ເຂົ້າຮ່ວມເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊິງແຊ້ມອາຊຽນ 2022 ທີ່ປະເທດກຳປູເຈຍ ແລະ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ
ຂ່າວ-ຮູບ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ