ເມືອງປາກອູ ກຽມເຂົ້າຮຽນແລ້ວແຕ່ ນັກຮຽນບໍ່ມາລົງທະບຽນ

192

ການປະລະການຮຽນ, ບໍ່ມາສະເໜີຕົວ ເປັນບັນຫາທີ່ຂະແໜງການສືກສາເປັນຫ່ວງທີ່ສຸດຕໍ່ອະນາຄົດຂອງລູກຫຼານອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ສະນັ້ນຈິ່ງຢ້ຳແລ້ວຢ້ຳອີກໃຫ້ຂະແໜງການກ່ຽວຂ້ອງ ແລະພໍ່ແມ່ຜູ້ປົກຄອງເຂົ້າໃຈ ແລະປຸກລະດົມໃຫ້ນ້ອງນັກຮຽນກັບຄືນສູ່ການຮຽນຮອບໃໝ່ພາຍຫຼັງພັກມາຍາວ ເຖິງປານນັ້ນຍັງພົບບັນຫານັກຮຽນບໍ່ມາສະເໜີຕົວ.

ສຳລັບ ເມືອງປາກອູ ແຂວງຫຼວງພະບາງປະກອບມີໂຮງຮຽນປະຖົມ 52 ແຫ່ງ ໂຮງຮຽນມູນລະປະຖົມ 9 ແຫ່ງ ໂຮງຮຽນຊັ້ນມັດທະຍົມ 7 ແຫ່ງ ໃນນັ້ນ ມີໂຮງຮຽນປະຖົມສົມບຸນ 3 ແຫ່ງ, ໂດຍມີບາງໂຮງຮຽນທີ່ມີເງື່ອນໄຂ ໄດ້ເປີດການຮຽນການສອນຄືນໃໝ່ເລີ່ມແຕ່ ວັນທີ 29 ພະຈິກ 2021 ເປັນຕົ້ນມາ ແຕ່ພົບບັນຫານັກຮຽນຫຼຸດລົງກວ່າປີຜ່ານມາ.

ທ່ານ ຫົງອໍານາດ ບຸນແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກອູ ໄດ້ໃຫ້ຮູ້ວ່າ: ປັດຈຸບັນມີນັກຮຽນຊັ້ນປະຖົມ ມາຈົດທະບຽນເຂົ້າຮຽນແລ້ວທັງໝົດ 3.303 ຄົນ ຍິງ 1.647 ຄົນທຽບໃສ່ປີຜ່ານມາ ມີນັກຮຽນຫລຸດລົງ 247 ຄົນ, ຍິງ 97 ຄົນ, ຊັ້ນມັດທະຍົມຕົ້ນ ມີນັກຮຽນມາຈົດທະບຽນເຂົ້າຮຽນແລ້ວ 1.471 ຄົນ, ຍິງ 702 ຄົນ, ທຽບໃສ່ສົກຮຽນຜ່ານມາ ມີນັກຮຽນຫລຸດລົງ 149 ຄົນ, ຍິງ 74 ຄົນ, ຊັ້ນມັດທະຍົມປາຍ ມີນັກຮຽນມາຈົດທະບຽນເຂົ້າຮຽນແລ້ວ 450 ຄົນ, ຍິງ 206 ຄົນ, ທຽບໃສ່ສົກຮຽນຜ່ານມາມີນັກຮຽນຫລຸດລົງ 24 ຄົນ, ຍິງ 4 ຄົນ.

ສາເຫດມີນັກຮຽນຫລຸດລົງ ຍ້ອນພໍ່ແມ່ ແລະຜູ້ປົກຄອງ ລວມທັງນັກຮຽນຈໍານວນໜຶ່ງ ຍັງມີຄວາມກັງວົນກັບ ການລະບາດຂອງເຊື້ອພະຍາດໂຄວິດ 19, ໂອກາດນີ້ ທ່ານໄດ້ໃຫ້ຮູ້ກ່ຽວກັບ ການວາງແຜນການຈັດການຮຽນການສອນຄືນໃໝ່ ໂດຍສະເພາະແມ່ນຈະມີການປະເມີນຄວາມພ້ອມຂອງແຕ່ລະໂຮງຮຽນ ຕາມທິດຊີ້ນຳຂອງກະຊວງສຶກສາ ເປັນຕົ້ນ 10 ມາດຕະການ 40 ຂໍ້ແນະນຳ ເຊີ່ງທຸກໂຮງຮຽນຕ້ອງມີເງື່ອນໄຂເກີນ 70% ຂື້ນໄປ ຈື່ງຈະສາມາດເປີດການຮຽນ-ການສອນໄດ້

ທ່ານ ຫົງອໍານາດ ບຸນແກ້ວມະນີ ໃຫ້ຮູ້ຕື່ມວ່າ: ຫາກເກີດການຕິດເຊື້ອພາຍໃນໂຮງຮຽນ ຈະມີການປິດການຮຽນການສອນ ຈົນກ່ວາສະພາບຈະປົກກະຕິ ແລະຈະມີການສອນຜ່ານລະບົບອ່ອນລາຍ ໃນໂຮງຮຽນທີ່ມີເງື່ອນໄຂ, ສ່ວນໂຮງຮຽນທີ່ບໍ່ມີເງື່ອນໄຂ ຈະມີການມອບວຽກບ້ານໃຫ້ນັກຮຽນຄົ້ນຄວ້າ ເປັນໄລຍະ.